ນຳ​ສົ່ງ​ອັດ​ຖິ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ພາກ​ເໜືອ​ລາວ ກັບ​ເມືອ​ ຫວຽດ​ນາມ

(VOVWORLD) - ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດານັກຮົບວິລະຊົນໄດ້ເສຍສະຫຼະຊີວິດເພື່ອ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດລາວ.
ນຳ​ສົ່ງ​ອັດ​ຖິ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ພາກ​ເໜືອ​ລາວ ກັບ​ເມືອ​ ຫວຽດ​ນາມ - ảnh 1ຄະນະຜູ້ແທນ ຫວຽດນາມ ແລະ ລາວ ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດ ກັບເມືອ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ແຂວງອຸດົມໄຊ, ໄດ້ດຳເນີນພິທີມອບຮັບ, ໄວ້ອາໄລ ແລະ ນຳສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 12 ຊຸດ ທີ່ເສຍສະຫຼະຊີວິດ ຢູ່ 6 ແຂວງພາກເໜືອລາວ. ກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດານັກຮົບວິລະຊົນໄດ້ເສຍສະຫຼະຊີວິດເພື່ອ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດລາວ. ທ່ານໃຫ້ຮູ້ວ່າ:

ພະນັກງານ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານ, ອຸທິດສ່ວນເລືອດເນື້ອຂອງຕົນໃຫ້ແກ່ພາລະກິດປະຕິວັດສາກົນອັນສູງສົ່ງ. ບັນດານັກຮົບວິລະຊົນໄດ້ຮຽງບ່າຮຽງໄຫຼ່ພ້ອມກັບທະຫານ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ