20ປີແຫ່ງການລະດົມແລະນຳໃຊ້ແຫຼ່ງທຶນODAຢ່າງມີປະສິດທິຜົນຂອງຫວຽດນາມ

20ປີແຫ່ງການລະດົມແລະນຳໃຊ້ແຫຼ່ງທຶນODAຢ່າງມີປະສິດທິຜົນຂອງຫວຽດນາມ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ 20 ປີແຫ່ງການລະດົມແລະນຳໃຊ້
ແຫຼ່ງທຶນ ODA ຢ່າງມີປະສິດທິຜົນຂອງຫວຽດນາມ
(ພາບ: antt.vn)


​​(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “20 ປີ​ແຫ່ງ​ການ​ລະດົມ​ແລະ​ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິ​ຜົນຂອງ​ຫວຽດນາມ” ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​​ເຊົ້າວັນ​ທີ 07/08, ຢູ່​ນະຄອນ​ດ່າ​ນັ້ງ, ​ເພື່ອ​​ສຸມ​ໃສ່​ໄຈ​້​ແຍກ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ແຫຼ່ງທຶນ​ພັດທະນາ​ຢ່າງ​ເປັນທາງ​ການ (ODA) ສຳລັບ​ພາລະກິດ​ພັດທະນາ​ຂອງ​ປະ​ເທດ​ຊາດ, ບັນດາ​ສະພາບ​ຕົວ​ຈິງທີ່​ຫຍຸ້ງຍາກ ​ແລະ ຂໍ້​ຕິດ​ຂັດ​ໃນ​ການ​ລະດົ​ມ​ແລະ ນຳ​ໃຊ້​​ແຫຼ່ງທຶນ ODA. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ, ຜ່ານ​ແຫຼ່​ງທຶນ ODA, ຫວຽດນາມ​ໄດ້​ສ້າງ​ລະບົບ​ນະ​ໂຍບາຍ​ໃຫ້​ສົມບູນ​ແບບ, ຍົກ​ສູງ​ກຳລັງ​ຄວາມ​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ, ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ​ເພື່ອນ​ຳ​ໃຊ້​ແຫຼ່ງທຶນ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

        “ພວດ​ຂ້າພະ​ເຈົ້າ​ຈະ​ຊີ້​ນຳ​ບັນດາ​ຫົວໜ່ວຍ​ທີ່​ມີໜ້າ​ທີ່​ ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ສະກັດ​ກັ້ນ​ຄວາມ​ອ່ອນ​ດ້ອຍ ນັບ​ທັງ​ກົນ​ໄກ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ​ໃນ​ການ​ຄຸ້ມ​ຄອງ​ທຶນ ODA, ​ເພີ່ມ​ທະວີ​ການ​ສຳ​ຫຼວດກວດກາ, ຮັບປະ​ກັນ​ໃຫ້​ແຫຼ່ງທຶນ ODA ​ໄດ້​ນຳ​ໃຊ້​ຖືກ​ກັບ​​ເປົ້າໝາຍ, ບັນລຸ​ປະສິດທິ​ຜົນ, ຕ້ານ​ການ​ຮົ່ວ​ໄຫຼ​ຟູມ​ເຟືອຍ. ຍາມ​ໃດລັດຖະບານ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ຄ​ຳໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະ​ສິດທິຜົນ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ