216 ຄົນ​ເຈ​ັບ​ຖືກ​ຕິດ​ໂລກ​ລະ​ບາດ Covid-19 ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍດີ​

(VOVWORLD) - ໃນວັນທີ 24 ເມສາ, ອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນ Covid-19 ໃຫ້ຮູ້ວ່າ ມີຄົນເຈັບອີກຄົນໜຶ່ງ ຢູ່ໂຮງໝໍເຄື່ອນທີ່ ກູ໋ຈິ, ນະຄອນ ໂຮ່ຈິມິງ, ໄດ້ຮັບການປະກາດວ່າປິ່ນປົວຫາຍດີເປັນປົກກະຕິ. 

ຄົນເຈັບທີ 248 (ຜູ້ຊາຍ,ອາຍຸ 20ປີ, ສັນຊາດ ຫວຽດນາມ) ເຂົ້າໂຮງໝໍໃນວັນທີ 7 ເມສາ, ຜົນການວິໃຈ 3 ຄັ້ງ ໃຫ້ຜົນລົບຍ້ອນ ໄວຣັດ SARS-CoV-2. ປັດຈຸບັນຄົນເຈັບມີສຸຂະພາບເປັນປົກກະຕິ ແລະ ຈະສືບຕໍ່ໄດ້ຮັບການແຍກຕົວ ແລະ ຕິດຕາມສຸຂະພາບໃນໄລຍະ 14 ວັນຕໍ່ໄປ.

ເປັນອັນວ່າ, ປັດຈຸບັນຈຳນວນຜູ້ຕິດເຊື້ອໄດ້ຮັບການປີ່ນປົວຫາຍດີເປັນປົກກະຕິຢູ່ ຫວຽດນາມ ແມ່ນ 216 ຄົນ. ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 21 ເມສາ ຈຳນວນຜູ້ຕິດເຊື້ອລວມເປັນ 268 ຄົນ. ໃນ 5 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອ Covid-19 ລາຍໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ