320 ໂຄງການ FDI ຂອງອົດສຕາລີ ຍັງມີຜົນສັກສິດຢູ່ຫວຽດນາມ

320 ໂຄງການ FDI ຂອງອົດສຕາລີ ຍັງມີຜົນສັກສິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ - ກະຊວງ​ແຜນການ​ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ​ໄລ່​ຮອດ​ທ້າຍ​ປີ 2014, ອົດສຕາ​ລີ ມີ 320 ​ໂຄງການ​ລົງທຶນ​ໂດຍ​ກົງ (FDI) ທີ່​ຍັງມີ​ຜົນ​ສັກສິດ​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​​ເງິນ​ລົງທຶນ​ຈົດ​ທະບຽນ​ກວ່າ 1,65 ຕື້ USD, ຢືນ​ອັນ​ດັບ​ທີ 19 ​ໃນ​ຈຳນວນ 101 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນມີ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຫວຽດນາມ. ທ່ານ​ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ ​ໂດ້​ເຍີ​ດ​ຮ່ວາງ ​ໃຫ້​ຂໍ້​ສັງ​ເກດວ່າ, ສຳລັບ​ຫວຽດນາມ​ແລ້ວ, ອົດສຕາ​ລີ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ກ່ຽວ​ກັບ​ການ​ລົງທຶນ. ​ແຕ່​ວ່າ, ການ​ລົງທຶນ​ຂອງ​ອົດສຕາ​ລີ ​ເຂົ້າ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແມ່ນ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ. ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ, ທ່ານ ໂດ້​ເຍີ​ດ​ຮ່ວາງ  ຖື​ວ່າ, 2 ປະ​ເທດ​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ມີ​ໂອກາດ​ແລກປ່ຽນ, ພົບ​ປະເພື່ອ​ແນ​ໃສ່​ຊຸກຍູ້​ວິວັດ​ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

        ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຄາດ​ຄະ​ເນ​ວ່າ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ແຫຼ່ງ​ເງິນ​ລົງທຶນຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ຈະ​ເພີ່ມ​ຂຶ້ນ, ​ໃນ​ນັ້ນ ຈະມ​ີບັນດາ​ໂຄງການ​ລົງທຶນ​ຈາກ​ນັກ​ລົງທຶນ​ອົດສຕາ​ລີ ຫຼາຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ