(vovworld) - ທ່ານ ໂງຮ່ວາ, ຮອງປະທານປະຈຳການຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ໋ ແລະ ຫົວໜ້າກົງສູນໃຫຍ່ສະຫະພັນລັດເຊຍປະຈຳນະຄອນ ດ່ານັ້ງ ທ່ານ Yury B.Materiy ຫາກໍ່ແຈ້ງໃຫ້ຮູ້ວ່າ, 2 ຄະນະສິລະປະຂອງລັດເຊຍຈະເຂົ້າຮ່ວມ Festival ເຫວ໋ 2012 ຢ່າງເປັນທາງການ. Festival ເຫວ໋ ປີ 2012 ແມ່ນຕິດພັນກັບປີທ່ອງທ່ຽວແຫ່ງຊາດ ເຂດແຄມຝັ່ງທະເລທາງທິດເໜືອພາງກາງ - ເຫວ໋ 2012, ຈະຖືກໄຂຂຶ້ນໃນວັນທີ 7/4 ທີ່ຈະມາເຖິງ. ຕາມຄະນະຈັດຕັ້ງງານບຸນແລ້ວ, ປະຈຸບັນໄດ້ມີ 40 ຄະນະສິລະປະທີ່ມາຈາກ 30 ປະເທດຢູ່ໃນໂລກຈົດທະບຽນເຂົ້າຮ່ວມ Festival ເຫວ໋ 2012. ທ່ານຫົວໜ້າກົງສູນໃຫຍ່ສະຫະພັນລັດເຊຍປະຈຳນະຄອນ ດ່ານັ້ງ ຢືນຢັນຈະມີການກະທົບເຖິງບັນດາອົງການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ ລັດເຊຍ ມານະຄອນ ເຫວ໋ ໃຫ້ຫຼາຍກວ່າໃນໂອກາດFestival ເຫວ໋ 2012 .