5 ວິ​ທີ​ການ​ແກ້​ໄຂ​ເພື່ອ​ໃຫ້​ແຂວງ​ບິ່ງ​ທ້ວນ​ພັດ​ທະ​ນາ​ສີ​ຂຽວ, ​ໄວ ແລະ ຍືນ​ຍົງ

(VOVWORLD) -ໂດຍສືບຕໍ່ການປະຕິບັດງານຢູ່ແຂວງບິ່ງທ້ວນ ຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳແຂວງ ກ່ຽວກັບສະພາບການເສດຖະກິດ - ສັງຄົມໃນໄລຍະຜ່ານມາ ແລະ ກຳນົດທິດພັດທະນາໃນໄລຍະຈະມາເຖິງ. 
5 ວິ​ທີ​ການ​ແກ້​ໄຂ​ເພື່ອ​ໃຫ້​ແຂວງ​ບິ່ງ​ທ້ວນ​ພັດ​ທະ​ນາ​ສີ​ຂຽວ, ​ໄວ ແລະ ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ເມື່ອໄຈ້ແຍກກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າແຮງແກ້ງແຍ້ງຂອງແຂວງບິ່ງທ້ວນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, ແຂວງບິ່ງທ້ວນຕ້ອງພັດທະນາສີຂຽວ, ໄວ,ຍືນຍົງ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ຕ້ອງປະຕິບັດ 5 ວິທີການແກ້ໄຂໃຫ້ເປັນຢ່າງດີຄື: ວຽກງານຊີ້ນຳນຳພາ , ບໍລິຫານ, ຈັດຕັ້ງປະຕິບັດ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ພັດທະນາ ພື້ນຖານໂຄງລ່າງຍຸດທະສາດ; ສ້າງກົນໄກ, ນະໂຍບາຍ; ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ບັນດາວິທີການແກ້ໄຂເຫຼົ່ານີ້ ຕ້ອງຮັບໃຊ້ການພັດທະນາສີຂຽວ, ໄວ ແລະ ຍືນຍົງ.

ທ່ານຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງບິ່ງທ້ວນ ຄວນສຸມທຸກແຫຼ່ງກຳລັງ ເພື່ອພັດທະນາໂຄງປະກອບໂຄງລ່າງເສດຖະກິດ - ສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ; ປະຕິບັດບັນດາວິທີການແກ້ໄຂກ່ຽວກັບການປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງຄົບຊຸດ; ເອົາໃຈໃສ່ພັດທະນາວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ…

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປຢ້ຽມຊົມສູນທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງ Nova World ຟານທຽນ ດ້ວຍເນື້ອທີ່ 1000 ເຮັກຕາ.

ຕອບກັບ

ຂ່າວ/ບົດ​ອື່ນ