ອາ​ຊຽນ - ຈີນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -     ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ, ວັນທີ 10 ພຶດສະພາ, ໃນກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ຄັ້ງທີ 30, ທີ່ໄດ້ຈັດຂຶ້ນຢູ່ສຳນັກງານຄະນະເລຂາ ອາຊຽນ, ສອງຝ່າຍໄດ້ຢັ້ງຢືນຄືນຄຳໝັ້ນສັນຍາໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP).

  ໃນກອງປະຊຸມປຶກສາຫາລື, ຈີນ ໄດ້ຢັ້ງຢືນຄືນການສະໜັບສະໜູນສຳລັບບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ພ້ອມທັງສະໜັບສະໜູນ ອາຊຽນ ສວມບົດບາດໃຫຍ່ກວ່າໃນບັນດາບັນຫາພາກພື້ນ. ຈີນ ເນັ້ນໜັກວ່າ ປັກກິ່ງ ສືບຕໍ່ໃຫ້ບຸລິມະສິດສູງແກ່ການພົວພັນກັບ ອາຊຽນ ຄືດັ່ງເປັນສ່ວນໜຶ່ງຂອງນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ.

         ສອງຝ່າຍປຶກສາຫາລືກ່ຽວກັບຫົວຂໍ້ຮ່ວມມືປີ 2024 ນັ້ນແມ່ນ “ປີພົບປະແລກປ່ຽນປະຊາຊົນ ອາຊຽນ - ຈີນ”. ມີຫຼາຍໂຄງການ ແລະ ກິດຈະກຳ ໄດ້ ແລະ ຈະໄດ້ຜັນຂະຫຍາຍໃນປີນີ້ ຢູ່ ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ. ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ແລະ ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ທີ່ຈະມາເຖິງ.

 


ຕອບກັບ

ຂ່າວ/ບົດ​ອື່ນ