50 ປີ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ໄດ້​ຮັບ​ການ​ປັບ​ປຸງ​ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຍາມໃດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ກັບບັນດາຄູ່ຮ່ວມມື ອິນເດຍ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນຂັ້ນປະຊາຊົນໃຫ້ຫຼາຍກ່ວາອີກ
50 ປີ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ໄດ້​ຮັບ​ການ​ປັບ​ປຸງ​ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີ

ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ,  ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ໄດ້ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຍາມໃດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ກັບບັນດາຄູ່ຮ່ວມມື ອິນເດຍ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນຂັ້ນປະຊາຊົນໃຫ້ຫຼາຍກ່ວາອີກ, ຮັກສາ ແລະ ເພີ່ມພູນຄູນສ້າງ ນ້ຳໃຈມິດຕະພາບ. ກ່າວຄຳເຫັນທີພິທີ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ຢັ້ງຢືນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ແລະ ຖື ອິນເດຍ ແມ່ນຄູ່ຮ່ວມມືສຳຄັນ ແຖວໜ້າ, ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ. ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີວ່າ:

ສອງປະເທດ ຫວຽດນາມ - ອິນເດຍ ຄວນຍູ້ແຮງການຮ່ວມມືໃນທຸກຂົງເຂດບຸລິມະສິດໃຫ້ຫຼາຍກ່ວາອີກ ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່, ປະດິດຄິດສ້າງ, ພະລັງງານ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການຢາ, ການທ່ອງທ່ຽວ, ເສດຖະກິດຂຽວ, ການຮັບມືກັບປ່ຽນແປງຂອງດິນຟ້າອາກາດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ເສີມຂະຫຍາຍທ່າແຮງຂອງສອງປະເທດ ເພື່ອຟື້ນຟູເສດຖະກິດ, ພັດທະນາແບບຍືນຍົງພາຍຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ