(VOVWORLD) - ໃນບົດບາດເປັນປະເທດປະສານງານການພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ ແລະ ນິວຊີແລນ ອາຍຸການ 2024 – 2027, ວັນທີ 08 ເມສາ, ຢູ່ ດ່າໜັງ, ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ 50 ປີ ແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ນິວຊີແລນ.
ກອງປະຊຸມສຳມະນາ (ພາບ: chinhphu.vn) |
ນະທີ່ນີ້, ບັນດາຜູ້ແທນໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງການພົວພັນຄູ່ເຈລະຈາ ອາຊຽນ - ນິວຊີແລນ ສຳລັບວິວັດທະນາການຮ່ວມມື ແລະ ພັດທະນາຢູ່ພາກພື້ນໃນ 50 ປິຜ່ານມາ, ພິເສດແມ່ນບັນດາຜົນງານອັນພົ້ນເດັ່ນໃນຫຼາຍຂົງເຂດຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ - ການລົງທຶນ, ການສຶກສາ, ກະສິກຳ, ໜູນຊ່ວຍກັນໃນໄພພິບັດທຳມະຊາດ… ກອງປະຊຸມສຳມະນາໄດ້ໃຫ້ຂໍ້ສັງເກດວ່າ ອາຊຽນ ແລະ ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍ, 2 ຝ່າຍຕ້ອງໃຫ້ບຸລິມະສິດໃນການຍູ້ແຮງການຮ່ວມມືດ້ານເສດຖະກິດຫຼາຍກວ່າອີກ, ພິເສດແມ່ນຍາດແຍ່ງຢ່າງມີປະສິດທິຜົນຈາກບັນດາກົນໄກ, ກອບການຮ່ວມມືດ້ານການຄ້າໃນປັດຈຸບັນ, ເປີດກວ້າງການສຳພັດກັບຕະຫຼາດ, ຊຸກຍູ້ການລົງທຶນເອກະຊົນ… ບັນດາປະເທດກໍເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີການຮ່ວມມືກ່ຽວກັບການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພັດທະນາແບບຍືນຍົງ, ກະສິກຳອັດສະລິຍະ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຕັກໂນໂລຢີຈັກກະວານ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ເຊື່ອມຕໍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ./.