ມີ​ຜູ້​ແທນ​ປະ​ມານ 2000 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ XI

(VOVWORLD) - ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງກ່ຽວກັບວຽກງານກະກຽມຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI, ຄາດວ່າໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ທັນວາ ຢູ່ຮ່າໂນ້ຍ.
ມີ​ຜູ້​ແທນ​ປະ​ມານ 2000 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ XI - ảnh 1ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI ມີຂອບຂະໜາດໃຫຍ່, ດ້ວຍຜູ້ແທນປະມານ 2.000 ຄົນເຂົ້າຮ່ວມ. ໄລ່ຮອດຈຸດເວລານີ້, ວຽກງານກະກຽມກອງປະຊຸມໃຫຍ່ພວມຮີບເຮັ່ງປະຕິບັດໃຫ້ສຳເລັດ. ໃນກອງປະຊຸມໃຫຍ່ຄັ້ງນີ້, ຄາດວ່າຈະເຊີດຊູ ນັກວິລະຊົນ 186 ຄົນ ແລະ ນັກຮົບແຂ່ງຂັນທົ່ວປະເທດ 100 ຄົນ. ໃນເວລາດຳເນີນກອງປະຊຸມໃຫຍ່, ກໍຈະຈັດຕັ້ງງານວາງສະແດງແນະນຳບັນດາຜົນງານດ້ານເສດຖະກິດສັງຄົມຂອງປະເທດຊາດ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່; ງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ການແຂ່ງຂັນຮັກຊາດ - ເພື່ອປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງ, ເຂັ້ມແຂງ”.

        ໃນການເຮັດວຽກ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງປະຕິບັດສຳເລັດຂອດກະກຽມກອງປະຊຸມໃຫຍ່. ເນື້ອໃນບັນດາລາຍການຕ້ອງສົ່ງສານໃຫ້ຖືກຕ້ອງຕາມຈິດໃຈຂອງການແຂ່ງຂັນໃນສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ