(ພາບປະກອບ)
(vovworld) – 6 ປະເທດສະມາຊິກຂອງອາຊຽນເລີ່ມດຳເນີນການເຊື່ອມຕໍ່ການຕິດຕໍ່ພົວພັນດ້ານຫຼັກຊັບ, ໃນຄວາມມານະພະຍາຍາມຊຸກຍູ້ການເຕີບໂຕຂອງຕະຫຼາດທຶນອາຊຽນ ດ້ວຍວິທີເປີດກວ້າງບັນດາກາລະໂອກາດລົງທຶນໃນພາກພື້ນ. ສູນຕິດຕໍ່ພົວພັນດ້ານຫຼັກຊັບອາຊຽນໄດ້ຮັບການສ້າງຕັ້ງຂຶ້ນຈະເຊື່ອມຕໍ່ເອເລກໂຕນິກລະຫວ່າງສູນຕິດຕໍ່ພົວພັນຫຼັກຊັບ 7 ແຫ່ງໃນພາກພື້ນນຳກັນ, ໃນນັ້ນສິງຄະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ ແລະ ໄທ ແຕ່ລະປະເທດມີສູນຕິດຕໍ່ພົວພັນຫຼັກຊັບ 1 ແຫ່ງ, ສ່ວນຢູ່ຫວຽດນາມມີ 2 ແຫ່ງ.