ACMECS ເນັ້ນຫນັກເຖິງຄວາມສຳຄັນຂອງຄົມມະນາຄົມອະນຸພາກພື້ນແມ່ນ້ຳຂອງ

(vovworld)- ຢູ່​ນະຄອນຫລວງ​ວຽງ​ຈັນ ຫາ​ກໍ​ດຳ​ເນີນ​ກອງ​ປະຊຸມຫນ່ວຍ​ງານຄົມມະນາຄົມ​ຂຶ້ນ​ກັບອົງການ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ Ayeyarwady - ​ເຈົ້າ​ພະ​ຢາ ​- ​ແມ່​ຂອງ (ACMECS ) ​ເພື່ອ​ຕີ​ລາຄາ ​ແລະ ປຶກສາ​ຫາລື​ບັນດາ​ແຜນການ​​ເຊື່ອມ​ຕໍ່​ຄົມມະນາຄົມ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ຄື: ກຳປູ​ເຈຍ, ລາວ, ​ໄທ, ມ້ຽນ​ມາ ​ແລະ ຫວຽດນາມ. ທີ່​ການ​ເຮັດ​ວຽກ, ຜູ້​ແທນ​ຫລາຍ​ທ່ານ​ໄດ້​ເນ​ັ້ນຫນັກ​ວ່າ: ຄົມມະນາຄົມ​ຂົນ​ສົ່ງ​ມີ​ບົດບາດ​ສຳຄັນ​ຕົ້ນຕໍ​ໃນ​ການ​ເຊື່ອມ​ຈອດ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ ​ແລະ ຄວນ​ນຳ​ເຂົ້າ​ຮ່າງ​ຖະ​ແຫລ​ງການ​ວຽງ​ຈັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ອົງການ​ຍຸດ​ທະ​ສາດຮ່ວມ​ມື​ເສດຖະກິດ Ayeyarwady - ​ເຈົ້າ​ພະ​ຢາ ​- ​ແມ່​ຂອງ ​ແລະ      ​ໂຄງການ​ດຳ​ເນີນ​ງານ​ປີ 2013 – 2015 ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ບັນດາ​ປະ​ເທດ​ສະມາຊິກ ກໍ​ສະ​ເຫ​ນີບາງ​ໂຄງການ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ​ໃນ​ໄລຍະ​ສັ້ນ, ກາງ ​ແລະ ຍາວ. ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ກໍ​ຄື​ການ​ຮ່ວມ​ມື​​ໃນ​ອະນາຄົດ​ກ່ຽວ​ກັບ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ຄົມມະນາຄົມ​​ໃນ​ໄລຍະ​ຕໍ່​ໄປ​ຂອງ​ອາ​ຊຽນ ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສຸດ​ຍອດ ກ​ຳປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ ຄັ້ງ​ທີ 6 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ Ayeyarwady - ​ເຈົ້າ​ພະ​ຢາ ​- ​ແມ່​ຂອງ  ຄັ້ງ​ທີ 5 ດຳ​ເນີນ​ໄປ​ແຕ່​ວັນ​ທີ 11 -13/3 ຈະມ​າ​ເຖິງ ຢູ່ ນະຄອນຫລວງ​ວຽງ​ຈັນ.


ຕອບກັບ

ຂ່າວ/ບົດ​ອື່ນ