ADB ຊ່ວຍໜູນຫວຽດນາມຍົກລະດັບທາງຄົມມະນາຄົມ, ພັດທະນາເສດຖະກິດ ຢູ່ເຂດພູດອຍພາກເໜືອຫວຽດນາມ

(VOVWORLD) -ທະນາຄານພັດທະນາອາຊີ ຫຼື ADB  ໄດ້ແຈ້ງເມື່ອວັນທີ 12 ທັນວາ ວ່າ ໄດ້ອະນຸມັດຜ່ານບ້ວງເງິນກູ້ຢືນລວມມູນຄ່າ 188 ລ້ານ USD ເພື່ອຊ່ວຍໜູນຍົກລະດັບທາງຄົມມະນາຄົມເກືອບ 200 ກມ ຢູ່ເຂດພູດອຍທາງທິດຕາເວັນຕົກພາກເໜືອຫວຽດນາມ
ADB ຊ່ວຍໜູນຫວຽດນາມຍົກລະດັບທາງຄົມມະນາຄົມ, ພັດທະນາເສດຖະກິດ ຢູ່ເຂດພູດອຍພາກເໜືອຫວຽດນາມ - ảnh 1ທາງຫຼວງໂນ້ຍບາຍ-ລ່າວກາຍ 

ບັນດາເສັ້ນທາງທີ່ຈະຍົກລະດັບ ຈະເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກໃນຂົງເຂດກັບທາງຫຼວງໂນ້ຍບາຍ-ລ່າວກາຍ ຊຶ່ງຈະຊ່ວຍຊຸກຍູ້ການຄ້າໃນເຂດກັບ 2 ປະເທດບ້ານໃກ້ເຮືອນຄຽງຄື: ລາວ ແລະ ຈີນ.

   ເປົ້າໝາຍຂອງໂຄງການແມ່ນຊ່ວຍເຂດນີ້ຜ່ານຜ່າຄວາມຫຍຸ້ງຍາກໂດຍຜ່ານການຮັບປະກັນມາດຕະຖານສູງໃນການກໍ່ສ້າງທາງ ແລະ ແກ້ໄຂຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ