AFC ສະໜັບສະໜູນການພັດທະນາຂອງບານເຕະ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ   01 ພະຈິກ, ປະທານສະຫະພັນບານເຕະອາຊີ (AFC) Salman Bin Ebrahim Al Khalifa ພ້ອມດ້ວຍບັນດາເຈົ້າໜ້າທີ່ AFC ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນບານເຕະ ຫວຽດນາມ (VFF). 
AFC ສະໜັບສະໜູນການພັດທະນາຂອງບານເຕະ ຫວຽດນາມ - ảnh 1ທ່ານ Salman Bin Ebrahim Al Khalifa ຢ້ຽມຢາມ  VFF (ພາບອິນເຕີແນັດ)

ທີ່ການເຮັດວຽກ, ທ່ານປະທານ VFF ເລຮຸ່ງຢຸງ ຢືນຢັນວ່າ: ບັນດາສະມາຊິກໃນສະຫະພັນຂອງບານເຕະ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະ ຕີລາຄາສູງຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການໜູນຊ່ວຍຢ່າງແທດຈິງຂອງ AFC ກໍ່ຄືໃນນາມສ່ວນຕົວທ່ານປະທານ Salman Bin Ebrahim Al Khalifa ສຳລັບບານເຕະ ຫວຽດນາມ.

        ສ່ວນທ່ານປະທານ AFC Salman Bin Ebrahim Al Khalifa ຕີລາຄາສູງບັນດາຜົນງານ ຊຶ່ງບານເຕະ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ: AFC ຍາມໃດກໍ່ຮັບຟັງຄຳເຫັນຂອງບັນດາສະຫະພັນສະມາຊິກ ເພື່ອໃຫ້ມີການໜູນຊ່ວຍຢ່າງທັນການ. ສະຫະພັນບານເຕະ ອາຊີ ຈະສະໜັບສະໜູນຢ່າງສຸດຄວາມສາມາດຂອງຕົນ ໃຫ້ແກ່ການພັດທະນາກິລາບານເຕະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ