AFCອວຍພອນVFFຮັບລາງວັນ2015

AFCອວຍພອນVFFຮັບລາງວັນ2015 - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 23/12 ສະຫະພັນ​ບານ​ເຕະ ອາຊີ (AFC) ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ສະຫະພັນ​ບານ​ເຕະ ຫວຽດນາມ (VFF) ​​ເປັນ​ກຽດ​ທີ່​ໄດ້​ຮັບ​ລາງວັນ​ສຳລັບ​ສະຫະພັນພາຄີ​ທີ່​ມີ​ຜົນງານ​ ໃນ​ການ​ພັດທະນາ​ຂະ​ບວນການ​ດີ​ເດັ່ນກ່ວາໝູ່​ໃນ​ປີ 2015. ​ໃນ​ຈົດໝາຍຝາກ​ໃຫ້ VFF , ຕາງໜ້າ​ປະທານ AFC, ທ່ານ​ເລຂາທິການ​ໃຫຍ່ Dato Winsor John ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ຂອງ VFF ​ໃນ​ວຽກ​ງານ​ພັດທະນາ​ຂະ​ບວນການ​ບານ​ເຕະ, ຊຶ່ງ​​ໄດ້​ຮັບ​ຖືວ່າ​​​ເປັນພື້ນຖານ​ໃຫ້​ແກ່ການ​ພັດທະນາ​​ບານ​ເຕະ​​ໃນທຸກ​ລະດັບ. ທ່ານ Dato Winsor John ຢືນຢັນ​ວ່າ: ລາງວັນ​ພັດທະນາ​ຂະ​ບວນການ​ບານ​ເຕະ​ຂອງ AFC ​ເຊິ່ງ VFF ​ໄດ້​​ຮັບ ​ແມ່ນ​ຜົນງານທີ່​ພົ້ນ​ເດັ່ນ​ຂອງ​ບານ​​ເຕະ ຫວຽດນາມ ​ໃນ​ປີ 2015. ທ່ານ​ເລຂາທິການ​ໃຫຍ່ Dato Winsor John ກໍ​​ໄດ້​ເຊື້ອເຊີນ​ທ່ານ​ປະທານ VFF ​ເລ​ຮຸ່ງ​ຢຸງ ແລະ ຜູ້ຕາງໜ້າການນຳຂອງ VFF ເຂົ້າຮ່ວມພິທີມອບລາງວັນ, ຄາດຄະເນວ່າ ຈະໄດ້ຈັດຕັ້ງຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໃນວັນທີ 1/3/2016 .

 

ຂ່າວ/ບົດ​ອື່ນ