AIPA 41 ​ແມ່ນ​ບາດກ້າວ​ເດີນສໍາຄັນ​ເພື່ອ​ຊຸກຍູ້​ຄວາມ​ສາມັກຄີ, ການ​ຮ່ວມ​ມືລະ​ຫວ່າງ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ ອາຊຽນ

(VOVWORLD) -ຕອນເຊົ້າວັນທີ 10 ກັນຍາ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA 41) ດ້ວຍຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ປິດລົງພາຍຫຼັງດໍາເນີນມາເປັນເວລາ 3 ວັນຜ່ານທາງອອນລາຍ. ພິທີປິດໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ AIPA 41.
AIPA 41 ​ແມ່ນ​ບາດກ້າວ​ເດີນສໍາຄັນ​ເພື່ອ​ຊຸກຍູ້​ຄວາມ​ສາມັກຄີ, ການ​ຮ່ວມ​ມືລະ​ຫວ່າງ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ ອາຊຽນ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານກອງປະຊຸມປິດ

ເມື່ອກ່າວສູນທອນພົດປິດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມ AIPA 41 ໄດ້ປະຕິບັດສໍາເລັດ 6 ວາລະປະຊຸມ, ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນດາບັນຫາລວມຂອງ AIPA.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄດ້ຮັບຮູ້ຢ່າງຈະແຈ້ງກ່ຽວກັບສິ່ງທ້າທາຍໃນການປ້ອງກັນຄວາມໝັ້ນຄົງແບບເກົ່າ, ແບບໃໝ່ ແລະ ໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກໃຫ້ແກ່ພາກພື້ນ ແລະ ແຕ່ລະປະເທດ, ອັນໄດ້ຮຽກຮ້ອງໃຫ້ AIPA ຕ້ອງເພີ່ມທະວີຄວາມສາມັກຄີ, ພັດທະນາການທູດລັດຖະສະພາຢ່າງຮີບດ່ວນ ແລະ ພ້ອມກັນກໍ່ສ້າງປະຊາຄົມ ອາຊຽນ ໃຫ້ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.

ກ່ຽວກັບເສດຖະກິດ, AIPA 41 ໄດ້ຍົກສູງຄວາມຕັດສິນໃຈໃນການສົມທົບຢ່າງກົມກຽວ ກົດໝາຍ, ນະໂຍບາຍກ່ຽວກັບເສດຖະກິດ, ການຄ້າ ເພື່ອແນໃສ່ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ, ການທ່ອງທ່ຽວ ພາຍຫຼັງ ໂລກລະບາດ Covid – 19, ພ້ອມທັງກຽມພ້ອມແລ້ວທີ່ຈະສະໜັບສະໜູນ ອາຊຽນລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ RCEP ໃນປີ 2020; ສະເໜີໃຫ້ລັດຖະບານບັນດາປະເທດ ສ້າງຄວາມສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວການຄ້າ, ສ້າງພື້ນຖານເສດຖະກິດໝູນວຽນ ແລະ ນຳໃຊ້ພະລັງງານຜະລິດຄືນໃໝ່ເພື່ອການພັດທະນາແບບຍືນຍົງ. ກ່ຽວກັບຂົງເຂດວັດທະນະທຳ, ສັງຄົມ, ແມ່ຍິງ ແລະ ຊາວໜຸ່ມ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ຮັບຮອງເອົາບັນດາຂໍ້ລິເລີ່ມສຳຄັນຄືການຊຸກຍູ້ການຮ່ວມມືດ້ານກົດໝາຍວ່າດ້ວຍການປ້ອງກັນ, ຄວບຄຸມຢາເສບຕິດ.

 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ກອງປະຊຸມAIPA 41 ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA ເປັນການເຄື່ອນໄຫວຕົ້ນຕໍໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA. ສິ່ງນີ້ຊ່ວຍຍົກສູງຄວາມຮັບຮູ້ຂອງບັນດາລັດຖະສະພາ AIPA ກ່ຽວກັບບົດບາດຂອງສະມາຊິກລັດຖະສະພາໜຸ່ມ ຕໍ່ກັບບັນດາບັນຫາໃນພາກພື້ນ.

AIPA 41 ​ແມ່ນ​ບາດກ້າວ​ເດີນສໍາຄັນ​ເພື່ອ​ຊຸກຍູ້​ຄວາມ​ສາມັກຄີ, ການ​ຮ່ວມ​ມືລະ​ຫວ່າງ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ ອາຊຽນ - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຕຳແໜ່ງປະທານ AIPA 42 ໃຫ້ແກ່ທ່ານ Pehin Dato Abdul Rahman Taib ປະທານສະພານິຕິກຳ ບຣູໄນດາລູຊາລາມ (ພາບ: baoquocte.vn)

        ແລະກໍ່ໃນພິທີປິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຕຳແໜ່ງປະທານ AIPA 42 ໃຫ້ແກ່ທ່ານ Pehin Dato Abdul Rahman Taib ປະທານສະພານິຕິກຳ ບຣູໄນດາລູຊາລາມ.

        ກ່ອນພິທີອັດກອງປະຊຸມ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ລົງນາມຖະແຫຼງການຮ່ວມ, ຮັບເອົາລັດຖະສະພາ ນອກແວແລະ ລັດຖະສະພາ ມາຣົກ ເປັນສະມາຊິກສັງເກດການຂອງ AIPA. ພ້ອມທັງ ດຳເນີນພິທີ ມອບ - ຮັບລາງວັນຍ້ອນuມີການອຸທິດສ່ວນຢ່າງດີເດັ່ນຂອງ AIPA ໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ສປປ ລາວ ແລະ ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ