Al Qaeda ໄດ້ສັງຫານພົນທະຫານ Yemen 5 ຄົນ

Al Qaeda ໄດ້ສັງຫານພົນທະຫານ Yemen 5 ຄົນ - ảnh 1
(ພາບປະກອບ)

(vovworld) - ບັນດາ​ບຸກຄົນ​ຖືກ​ສົງ​ໄສ​ວ່າ​ແມ່ນ​ພວກ​ກໍ​ການ​ຮ້າຍ Al Qaeda ​ໄດ້ສັງຫານພົນທະຫານ Yemen 5 ຄົນ ​ໃນ​ວັນ​ທີ 11 ສິງຫາ ​ໃນ​ການບຸກ​​ໂຈມ​ຕີ​ແນ​ໃສ່​ກຳລັງປ້ອງກັນ​​ໂຮງງານ​ສົ່ງ​ອອກ​ນ້ຳມັນ​ອາຍ​ແກ​ດ​ແຫ່ງໜຶ່ງ​ຂອງ​ປະ​ເທດ​ນີ້. ບັນດາ​ມື​ປືນ​ໄດ້​ບຸກ​ເຂົ້າດ່ານ​ກວດກາ​ຂອງ​ໂຮງງານ Balhaf ຢູ່​ແຂວງ​ທາງ​ພາກ​ໃຕ້ Shabwa, ສັງຫານ​ພາລະ​ກອນ​ປ້ອງ​ກັນ 1 ຄົນ ​ແລະ ຫຼັງ​ຈາກ​ນັ້ນ​ໄດ້​​ແຊກ​ຊຶມເຂົ້າ​ບ່ອນ​ທີ່​ພົນ​ທະຫານ​ພວມພັກ​ຜ່ອນ​ ແລະ​ ສັງຫານ​ເຂົາ​ເຈົ້າ. ​ໃນອາທິດ​ກ່ອນ, ​ໂຄສົກ​ຂອງ​ລັດຖະບານ Yemen ​ໃຫ້​ຮູ້​ວ່າ ຮາກ​ຖານ​ອາຍ​ແກ​ດ Balhaf ມີ​ມູນ​ຄ່າ 4,5 ຕຶ້ USD, ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນຮາກ​ຖານ​ພະລັງງານ​​ 2 ​ແຫ່ງເຊິ່ງນອນ​ໃນ​ແຜນການ​ບຸກ​ໂຈມ​ຕີຂອງພວກ​ກໍ​ການ​ຮ້າຍ Al Qaeda. ກ່ອນ​ໜ້າ​ນັ້ນ, ວັນ​ທີ 8 ສິງຫາ, ລັດຖະບານ Yemen ​ຖະ​ແຫຼ​ງວ່າ ​ໄດ້​ສະກັດ​ກັ້ນ​ກົນອຸບາຍ​ຂອງ Al Qaeda ບຸກ​ໂຈມ​ຕີ​ແນ​ໃສ່​ຮາກ​ຖານ​ນ້ຳມັນ​ຂອງ ກາ​ນາ​ດາ ຢູ່​ຝັ່ງ​ທະ​ເລ​ ອາຣັບ ​ເພື່ອ​ຈັບ​ຕົວ​ພະລະ​ກອນ​ທັງ​ໝົດ, ​ໃນ​ນັ້ນ​ມີ​ພົນລະ​ເມືອງ​ບັນດາ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ​ຫຼາຍ​ຄົນ ​ເປັນ​ຕົວ​ປະກັນ.

ຂ່າວ/ບົດ​ອື່ນ