Ankara ຖະແຫຼງຈະບຸກໂຈມຕີບັນດາມືປືນ YPG ທີ່ຍັງຢູ່ “ເຂດປອດໄພ”

(VOVWORLD) -ວັນທີ 24 ຕຸລາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ໃຫ້ຮູ້ວ່າ, ປະເທດນີ້ຈະບໍ່ນຳໃຊ້ສິດຂອງຕົນເພື່ອດັບສູນບັນດາມືປືນຊາວ Kurd ຖ້າຫາກວ່າ ກຳລັງນີ້ບໍ່ຖອນຕົວອອກຈາກ “ເຂດປອດໄພ” ຢູ່ທາງທິດຕາເວັນອອກສ່ຽງເໜືອຊີຣີ ຕາມຂໍ້ຕົກລົງຢຸດຍິງກັບອາເມລິກາ.

ຕາມທ່ານ Tayyip Erdogan ແລ້ວ, ຕວກກີ ຈະຜັນຂະຫຍາຍແຜນການບຸກໂຈມຕີຖ້າຫາກວ່າ ບັນດາມືປືນ ຂອງບັນດາຫົວໜ່ວຍປົກປ້ອງປະຊາຊົນຊາວ Kurd (YPG) ບໍ່ຖອນອອກຈາກເຂດຢຸດຍິງ ຕາມບົດບັນທຶກຊ່ວຍຈຳໃໝ່ ເຊິ່ງມົດສະກູ ແລະ Ankara ລົງນາມຫວ່າງມໍ່ໆມານີ້.

        ຝ່າຍຕວກກີ ໄດ້ຍົກອອກບັນດາຄຳຖະແຫຼງດັ່ງກ່າວພາຍຫຼັງທີ່ ບັນດາກຳລັງປະຊາທິປະໄຕຊີຣີ (SDF) ໂດຍຊາວ Kurd ນຳໜ້າ, ກ່າວຫາ Ankara ວ່າໄດ້ປຸກລະດົມການບຸກໂຈມຕີຂະໜາດໃຫຍ່ທາງບົກ ແນໃສ່ 3 ບ້ານຢູ່ທາງທິດຕາເວັນອອກສ່ຽງເໜືອປະເທດນີ້ໃນວັນທີ 24 ຕຸລາ, ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ