APEC:ກາລະໂອກາດການຮ່ວມມື ອີຢິບ - ອາຊີປາຊີຟິກ

(vovworld) - ໜັງ​ສື​ພິມ​ລາຍ​ສັບ​ປະ​ດາ Al Messa ດ້ວຍ​ພາ​ສາ ອາ​ຣັບ​, ເຊິ່ງ​ແມ່ນ​ໜັງ​ສື​ພິມ​ດຶງ​ດູດ​ຜູ້​ອ່ານ ອີ​ຢິບ ນັບ​ລ້ານ​ຄົນ ສະ​ບັບ​ອອກວັນ​ທີ 25/2 ມີ​ບົດ​ວິ​ຈານ​ດ້ວຍ​ຫົວ​ຂໍ້​ວ່າ “APEC 2017: ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື ອີ​ຢິບ - ອາ​ຊີ​ປາ​ຊີ​ຟິກ”. ຕາ​ມ​ທ່ານ Refaat, ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່​ຂອງ ໜັງ​ສື​ພິມ​ລາຍ​ສັບ​ປະ​ດາ Al Messa, ​ທັງ​ເປັນ​ຜູ້​ຂຽນ​ບົດ​​ດັ່ງ​ກ່າວແລ້ວ, ເລື່ອງ ຫວຽດ​ນາມ ໄດ້ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທ​ີ​ປາ​ໄສ APEC ​ ​ຄັ້ງ​​ທີ 2 ນັ້ນສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປ​ະ​ຊ​າ​ຄົມ​ໂລກ ສ​ຳ​ລັບ ຫວຽດ​ນາມ. ເຫດ​ການ​ໄດ້ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ ​ຢູ່ໃນ​ໂລກ, ກໍ່​ຄື​ເປີດ​ກາ​ລະ​ໂອ​ກາດ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃໝ່​ລະ​ຫວ່າງບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC ແລະ ລະ​ຫວ່​າງ APEC ກັບ​ບັນ​ດາ​ທະ​ວີບ​ອື່ນໆ​.

        ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ອີ​ຢິບ, ບົດ​ໜັງ​ສື​ພິມ ໄດ້​ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ການ​ພົວ​ພັນ​ສຳ​ເລັດ​ຜົນ​ພໍ​ສົມ​ຄວນ, ໃນ​ນັ້ນ ຫວຽດ​ນາມ ແມ່ນ​ຂົວ​ຕໍ່​ນຳ ອີ​ຢິບ ​ໄປເຖິງ​ບັນ​ດາ​ປະ​ເທດ​ ອາ​ຊີ, ອາ​ຊຽນ. ​ຜູ້​ຂຽນ​ໄດ້​ຄັດ​ສະ​ເໜີ ຄຳ​ເຫັນ​ຂອງ​ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ອີ​ຢິບ Shrif Ismail ໄລ​ຍະ​ມໍ່ໆ​ມານີ້​ທີ່ຢັ້ງ​ຢືນ​ວ່າ: ອີ​ຢິບ ​ປາດ​ຖະ​ໜາຢາກ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ສິນ​ໃນ​ນຳ​້, ກະ​ສິ​ກຳ.

                                              


ຂ່າວ/ບົດ​ອື່ນ