ASIAD 19: ຄະນະນັກກິລາຫວຽດນາມ ຢືນອັນດັບທີ 18 ໃນຕາຕະລາງສະຫຼຸບຫຼຽນ

(VOVWORLD) - ໄລ່ມາຮອດຕອນຄ່ຳວັນທີ 02 ຕຸລາ, ຄະນະນັກກິລາກິລາ ຫວຽດນາມ ຄວ້າໄດ້ 17 ຫຼຽນ
ASIAD 19: ຄະນະນັກກິລາຫວຽດນາມ ຢືນອັນດັບທີ 18 ໃນຕາຕະລາງສະຫຼຸບຫຼຽນ - ảnh 1(ນັກມວຍ ຫວໍທິເຟືອງກວິ່ງ)

          ວັນທີ 02 ຕຸລາ, ໃນວັນແຂ່ງຂັນມື້ມທີ່ 9 ຢ່າງເປັນທາງການຂອງງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ທີ່ຈັດຂຶ້ນຢູ່ເມືອງ ຫາງໄຈ, ປະເທດ ຈີນ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນທອງອີກ 1 ຫຼຽນ ເຊິ່ງເປັນຂອງນັກມວຍ ຫວໍທິເຟືອງກວິ່ງ ຢູ່ປະເພດກິລາມວຍປ້ຳພື້ນເມືອງ (Kurash). ນີ້ແມ່ນຫຼຽນໄຊອັນດຽວຂອງທິມນັກກິລາກິລາມວຍປ້ຳພື້ນເມືອງຢູ່ ASIAD 2023. ໄລ່ມາຮອດຕອນຄ່ຳວັນທີ 02 ຕຸລາ, ຄະນະນັກກິລາກິລາ ຫວຽດນາມ ຄວ້າໄດ້ 17 ຫຼຽນ, ໃນນັ້ນມີ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 13 ຫຼຽນທອງ, ຢືນອັນດັບທີ 18 ຕາຕະລາງສະຫຼຸບຫຼຽນຢູ່ ASIAD 19.

ຕອບກັບ

ຂ່າວ/ບົດ​ອື່ນ