BIDV ໜູນຊ່ວຍແກ້ໄຂ ຜົນຮ້າຍຢ້ອນຫຼັງ ຈາກອຸບັດຕິເຫດ ເຮືອບິນຕົກຢູ່ລາວ

BIDV ໜູນຊ່ວຍແກ້ໄຂ ຜົນຮ້າຍຢ້ອນຫຼັງ ຈາກອຸບັດຕິເຫດ ເຮືອບິນຕົກຢູ່ລາວ - ảnh 1
BIDV ​ໄດ້​ໜູນ​ຊ່ວຍ 1.000 USD ​ໃຫ້​ແກ່​ແຕ່​ລະ​ຄອບຄົວ​ຂອງ​ນັກ​ບິນ ​
ແລະ ພາລະ​ກອນ​ຮັບ​​ໃຊ້​​ໃນ​ຖ້ຽວ​ບິນຖືກ​ອຸບັດ​ຕິ​ເຫດ
(ພາບ: vietnamplus.vn)


(vovworld) - ວັນ​ທີ 18 ຕຸລາ, ຜູ້​ຕາງ​ໜ້າ​ທະນາຄານ​ລົງທຶນ​ພັດທະນາ​ຫວຽດນາມ (BIDV) ຢູ່​ລາວ ​ໄດ້​ໄປ​​ເຮັດ​ວຽກ​ກັບ​ການ​ນຳ​ບໍລິສັດ​ການບິນ​ແຫ່ງ​ຊາດ​ລາວ (Lao Airlines) ​ເພື່ອ​ສົ່ງ​ຄວາມ​ເສົ້າ​ສະ​ລົດ​ໃຈ ​ແລະ ໜູນ​ຊ່ວ​ຍບັນດາ​ຜູ້​ຖືກ​ເຄາະ​ຮ້າຍ​ໃນ​ເຫດ​ເຮືອບິນ​ຕົກ​ໃນ​ວັນ​ທີ 16 ຕຸລາ ຜ່ານ​ມາ. ​ເຊິ່ງຕາມ​ນັ້ນ​ແລ້ວ, BIDV ​ໄດ້​ໜູນ​ຊ່ວຍ 1.000 USD ​ໃຫ້​ແກ່​ແຕ່​ລະ​ຄອບຄົວ​ຂອງ​ນັກ​ບິນ ​ແລະ ພາລະ​ກອນ​ຮັບ​​ໃຊ້​​ໃນ​ຖ້ຽວ​ບິນ​ຖືກ​ອຸບັດ​ຕິ​ເຫດ.

        ຕາງໜ້າ​ໃຫ້ການ​ນຳ Lao Airlines, ທ່ານ​ນາງ ຫຼວງ​ສະ​ໄໝ ຫຼ່ວງ​ວັນ​ໄຊ, ຮອງ​ຜູ້ອຳນວຍການ​ໃຫຍ່ Lao Airlines​ ໄດ້​ຂອບ​ອົກ​ຂອບ​ໃຈ​ກາ​ນນຳ BIDV ທີ່​ໄດ້​ໜູນ​ຊ່ວຍ, ລະ​ດົມ​ໃຈ, ​ແບ່ງປັນ​ຢ່າງ​ທັນ​ການ​ເຖິງ​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ນາງ​ໃຫ້​ຮູ້​ວ່າ Lao Airlines ​ແລະ ບັນ​ດາ​ອົງການ​ທີ່​ມີໜ້າ​ທີ່​ພວມ​ມານະ​ພະຍາຍາມ​ຊອກ​ຫາ​ຊາກ​ສົບ​ຜູ້​ຖືກ​ເຄາະ​ຮ້າຍ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ຍາດຕິ​ພີ​ນ້ອງ ຜູ້​ຮັບ​ເຄາະ​ຮ້າຍ​ໄປສະຖານ​ທີ່​ເກີດ​ອຸບັດ​ຕິ​ເຫດ, ໜູນ​ຊ່ວຍ​​ແກ່​ການຈັດ​ຕັ້ງ​ງານ​ສົບ​ໃຫ້​ຜູ້​ເສຍ​ຊີວິດ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ.

ຂ່າວ/ບົດ​ອື່ນ