Boki Haram ລອກຈັບຕົວ 40 ຄົນຢູ່ເຂດ ທາງຕາເວັນອອກສ່ຽງເໜືອ Nigeria

Boki Haram ລອກຈັບຕົວ 40 ຄົນຢູ່ເຂດ ທາງຕາເວັນອອກສ່ຽງເໜືອ Nigeria  - ảnh 1
ກຸ່ມ​ທະຫານ​ກະບົດ Boko Haram
(ພາບ: AFP/TTXVN)


(vovworld) – ວັນ​ທີ 03/01, ບັນດາ​ຜູ້​ເຫັນ​ເຫດການ​ໃຫ້​ຮູ້​ວ່າ, ບັນດາ​ມື​ປືນ​ຖືກ​ສົງ​ໄສ​ວ່າ ຂຶ້ນ​ກັບ​ກຸ່ມ​ທະຫານ​ກະບົດ Boko Haram ຢູ່ Nigeria ​ໄດ້​ລອກ​ຈັບ​ຕົວຜູ້​ຊາຍ 40 ຄົນຢູ່​ບ້ານ Malari, ລັດ Borno, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ເທດ​ນີ້. ຕາມ​ຊາວບ້ານ Malari ​ແລ້ວ, ​ໃນ​ຄໍ່າ​ຄືນ​ວັນ​ທີ 31/12, ມີ​ມື​ປືນ​ Boko Haram ນັບ​ສິບ​ຄົນໄດ້​ບຸກ​ເຂົ້າ​ບ້ານ​ດັ່ງກ່າວ​ດ້ວຍ​ລົດຂົນ​ສົ່ງ​ປືນ, ລອກ​ຈັບ​ຕົວ​ຜູ້​ຊາຍ​ໃນ​ເກນ​ອາຍຸ​ແຕ່ 10 – 32 ປີ ​ແລະ ພາ​ຕົວ​ເຖິງ​ເຂດ​ປາ Sambisa ​ໃກ້ໆ​ນັ້ນ, ​ເຊິ່ງຖືກ​ສົງ​ໄສ​ວ່າ​ແມ່ນ​​ເຮືອນ​ຮັ່ງ​ຂອງ​ກຳລັງ​ນີ້. ປະຈຸ​ບັນ, ກອງທັບ Nigeria ຢູ່ Maiduguri ຍັງ​ບໍ່​ທັນ​ຍົກ​ຄຳ​ເຫັນ​​ໃດໆ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ