Burkina Faso: ກອງທັບຍາດສິດບໍລິຫານປະເທດຊາດພາຍຫຼັງເກີດ ຄວາມວຸ້ນວາຍ

Burkina Faso: ກອງທັບຍາດສິດບໍລິຫານປະເທດຊາດພາຍຫຼັງເກີດ ຄວາມວຸ້ນວາຍ - ảnh 1
ກອງທັບ​ຍາດ​ສິດ​ບໍລິຫານ​ປະ​ເທດ​ຊາດ ພາຍຫຼັງ​ເກີດ​ຄວາມ​ວຸ້ນວາຍ
(ພາບ: AFP)


(vovworld) – ຮຸ່ງ​ເຊົ້າ​ວັນ​ທີ 31/10, ຕາມ​ເວລາ​ຮ່າ​ໂນ້ຍ, ກອງທັບ Burkia Faso ​ໄດ້​ຖະ​ແຫຼ​ງຍົກ​ເລີກ​ລັດຖະ​ບານ ​ແລະ ສະພາ​ແຫ່ງ​ຊາດ, ພ້ອມ​ທັງ​ສ້າງ​ຕັ້ງ​ອົງ​ການ​​ບໍລິຫານ​ປະ​ເທດຊົ່ວຄາວ. ​ໃນ​ຖະ​ແຫຼ​ງທີ່ຖືກ​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂ່າວ, ນາຍ​ພົນ Honore Traore ​ເນັ້ນ​ໜັກ​ວ່າ, ກົງຈັກ​ການ​ນຳ​ຊົ່ວຄາວ​ຈະ​ມີໜ້າ​ທີ່​ນຳພາ​ປະ​ເທດ​ຊາດ​ໃນ​ຮອບ​ເວລາ 12 ​ເດືອນ ຈົນ​ຮອດ​​ເວລາຈັດ​ຕັ້ງ​ບັນດາ​ການ​ເລືອກ​ຕັ້ງ, ສ້າງ​ຕັ້ງ​ລັດຖະບານ​ໃໝ່. ກອງທັບ Burkia Faso ກໍ່ຈັດ​ວາງກົດ​ໄອ​ຍະ​ການ​ເສິກແຕ່​ເວລາ 19 ​ໂມງ ຕອນ​ຄໍ່າ​ຮອດ 6 ​ໂມງ​ຮຸ່ງ​ເຊົ້າ​ມື້ຕໍ່​ມາ. ຖະ​ແຫຼ​ງການ​ຂອງ​ວົງ​ການ​​ເຂົ້າ​ໜ້າ​ທີ່ກອງທັບ Burkia Faso ​ໄດ້​ຍົກ​ອອກ​ມາ​ບໍ່​ດົນ ​​ພາຍຫຼັງ​ທີ່​ປະທານາທິບໍດີ Blaise Compaore ຈັດ​ວາງ​ສຳ​ສັ່ງ​ສະພາວະສຸ​ກ​ເສີນ​ໃນ​ທົ່ວ​ປະ​ເທດ​ ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ. ກ່ອນ​ໜ້ານັ້ນ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ໝື່ນໆ​ຄົນໄດ້​ບຸກ​ເຂົ້າ, ຈຸດ​ທຳລາຍ​ສຳນັກສາ​ພາ​ແຫ່ງ​ຊາດ​ຂອງ Burkia Faso ຢູ່​ນະຄອນຫຼວງ Ouagadougou, ​ເພື່ອ​ແນ​ໃສ່​ຄັດຄ້ານ​ແຜນການ​ປ່ອນ​ບັດ​ປັບປຸງ​ລັດຖະທຳ​ມະນູນ ທີ່ອະນຸຍາດ​ໃຫ້​ປະທານາທິບໍດີ Blaise Compaore  ​ແກ່ຍາວ​ເວລາ​ກຳ​ສິດ​ອຳນາດ.

ຂ່າວ/ບົດ​ອື່ນ