Colombia: ກຳລັງເຈົ້າໜ້າທ່ີມະນາພະຍາຍາມກູ້ຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດດິນເຊາະເຈື່ອນ

Colombia: ກຳລັງເຈົ້າໜ້າທ່ີມະນາພະຍາຍາມກູ້ຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດດິນເຊາະເຈື່ອນ - ảnh 1
ກຳ​ລັງ​ກູ້​ໄພ​ກ​ູ້​ຊີບ Colombia ມະ​ນາ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ໃຫ້​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ
(ພາບ: EPA/TTXVN)

(vovworld) – ວັນ​ທີ 2/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Colombia Juan Manuel Santos ໃຫ້​ຮູ້​ວ່າ: ເຫ​ດ​ດິນ​ເຊາະ​ເຈື່ອນ ແລະ ນ້ຳ​ແກ່ງ​ຖ້ວມ​ເກີດ​ຂຶ້ນ​ຢູ່​ນະ​ຄອນ Mocoa, ເມືອງ​ເອກ​ແຂວງ Putumayo, ເຮັດ​ໃຫ້ 210 ຄົນ​​ເສຍ​ຊີ​ວິດ, ກ່​ວາ 200 ຄົນ​ຖືກ​ຮັບ​ບາດ​ເຈັບ, ເຮັດ​ໃຫ້ນັບສິບຄົນ​ຖືກ​ຫາຍ​ສາບ​ສູນ ແລະ 17 ເຂດ​ຊຸມ​ຊົນ​ຂອງ​ທ້ອງ​ຖິ່ນນີ້​ຕ້ອງ​ຮັບ​ຜົນ​ສະ​ທ້ອນ. ຜູ້​ນຳ​​ລັດ Colombia ໃຫ້​ຮູ້​ວ່າ: ຝົນ​ຕົກ ແລະ ດິນ​ເຊາະ​ເຈື່ອນ​ເຮັດ​ໃຫ້​ພົນ​ລະ​ເມືອງ​ຂອງ​ແຂວງ Putumayo ປະ​ມານ 85% ບໍ່​ມີ​ໄຟ​ຟ້າ ແລະ 5 ໃນ​ຈຳ​ນວນຂົວ 7 ແຫ່ງ​ຢູ່​ນະ​ຄອນ​ Mocoa ຖືກ​ຜົ​ນ​ສະ​ທ້ອນ, ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວກູ້​ຊ່ວຍ​ມະ​ນຸດ​ສະ​ທຳ. ​ປະ​ທາ​ນາ​ທິ​ບໍ​ດີ Santos ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ກໍ່​ສ້າງ​ເຮືອນ​ຊານ​ຄືນ​ໃໝ່ ແລະ ສະ​ໜອງ​​ບ້ວງ​ເງິນ​ປະ​ກັນ​ໄພ​ທີ່​ມີ​ມູນ​ຄ່າ​ເກືອບ 6.500 USD ໃຫ້​ບັນ​ດາ​ຄອບ​ຄົວ​ຖືກ​ຜົນ​ສະ​ທ້ອນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ເຫດ​ຝົນ​ຕົກ​ຄັ້ງ​ປະ​ຫວັດ​ສາ​ດ​ນີ້.


ຂ່າວ/ບົດ​ອື່ນ