Concert Countdown 2026 - ເຂດງານບຸນຟົດຟື້ນຕ້ອນຮັບປີໃໝ່ຢູ່ແຂວງ ກວາງນິງ
(VOVWORLD) - ປິ້ຂອງລາຍການສະແດງສິລະປະຈະໄດ້ແຈກໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງ.
ລາຍການສະແດງສິລະປະພິເສດຕ້ອນຮັບປີໃໝ່ 2026 ຈະໄດ້ສົມທົບເຕັກໂນໂລຊີແສງສີທັນສະໄໝ
(ພາບປະກອບ: baoquangninh.vn)
|
ໃນເວລາ 21 ໂມງ 30 ນາທີ ຂອງວັນທີ 31 ທັນວາ, ຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ, ແຂວງ ກວາງນິງ, ຈະຈັດລາຍການສະແດງສີລະປະຕ້ອນຮັບປີໃໝ່ - Concert Countdown 2026, ດ້ວຍຫົວຂໍ້ “ມີວິໄນ - ຮ່ວມຈິດຮ່ວມໃຈ, ສ້າງສັນອະນາຄົດ” ໂດຍແກ່ຍາວກາຍ 0 ໂມງຂອງວັນທີ 01 ມັງກອນ 2026, ຄາດວ່າ ລາຍການຈະດຶງດູດຜູ້ເຂົ້າຮ່ວມຊົມປະມານ 50.000 ຄົນ.
ລາຍການສະແດງສິລະປະພິເສດຕ້ອນຮັບປີໃໝ່ 2026 ຈະໄດ້ສົມທົບເຕັກໂນໂລຊີແສງສີທັນສະໄໝ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງ, ວົງການດົນຕີມີຊື່ສຽງ ກັບການຍິງບັ້ງໄຟດອກໄລຍະສູງ. ພິເສດ, ລາຍການຈະສ້າງຂີດໝາຍດ້ວຍການປະດິດຄິດສ້າງສິລະປະໃໝ່, ໃນນັ້ນມີບັນດາລາຍການສະແດງ ແລະ ວິທີສະແດງທີ່ເປັນຄັ້ງທຳອິດໄດ້ເປີດຕົວອອກສູ່ສາຍຕາມະຫາຊົນ.
ປິ້ຂອງລາຍການສະແດງສິລະປະຈະໄດ້ແຈກໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງ. ແຂວງ ກວາງນິງ ຫວັງວ່າ ເຫດການ Concert Countdown 2026 ຈະກາຍເປັນງານບຸນທີ່ມີຄວາມສິວິໄລ, ຟົດຟື້ນ, ປະກອບສ່ວນໂຄສະນາພາບພົດແຂວງ ກວາງນິງ ທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຊື່ອມໂຍງ - ແມ່ນຈຸດນັດພົບທີ່ດຶງດູດໃຈຂອງການທ່ອງທ່ຽວ, ວັດທະນະທຳ ແລະ ບັນດາເຫດການລະດັບພາກພື້ນ, ລະດັບຊາດ, ສາກົນ.