Duma ແຫ່ງຊາດ ລັດເຊຍສະໜັບສະໜູນ ຝ່າຍລັດຖະບານຢູ່ Syria

Duma ແຫ່ງຊາດ ລັດເຊຍສະໜັບສະໜູນ ຝ່າຍລັດຖະບານຢູ່ Syria - ảnh 1
ພາບປະກອບ

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະ​ຈຳ​ລັດ​ເຊຍ​ໃຫ້​ຂ່າວ​ວ່າ: ວັນ​ທີ 10/2, Duma ​ແຫ່ງ​ຊາດ (ຫຼື​ສະພາ​ຕ່ຳ) ລັດ​ເຊຍ ​ໄດ້​ປຶ​ກສາ​ຫາລືກ່ຽວ​ກັບ​ສະພາບ​ການ​ຢູ່​ລັດ​ເຊຍ ​ແລະ ອອກ​ຖະ​ແຫຼ​ງການ​ດ້ວຍ​ຫຼັກ​ໝັ້ນ​ສະໜັບສະໜູນ​ຝ່າຍ​ລັດຖະບານ​ໃນ​ການ​ປະ​ທະ​ກັນ​ຢູ່ Syria, ສະໜັບສະໜູນ​ກົນ​ໄກ​ແກ້​ໄຂ​ບັນຫາ​ຢູ່ Syria ດ້ວຍ​ການ​ໂອ້​ລົມ​ສົນທະນາ​ພາຍ​ໃນ ​​ບົນ​ພື້ນຖານ​ບັນດາ​ຝ່າຍ​ຕົກລົງ​ການ​ປະລະ​ກຳລັງ​ອາວຸດ. Duma ​ແຫ່ງ​ຊາດ​ຖື​ວ່າ: ​ໃນ​ທຸກໆ​ກໍລະນີ, ສະຫະ​ປະຊາ​ຊາດ ຕ້ອງ​ຮັກສາ​ບົດບາດ​ເປັນ​ຜູ້​ໄກ່​ເກ່ຍ, ບໍ່​ໄດ້​ອ່ຽງ​ໄປ​ຕາ​ມຝ່າຍ​ໃດ. ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ລັດ​ເຊຍ​ໄດ້​ຮຽກຮ້ອງ​ສະຫະພັນ​ບັນດາ​ປະ​ເທດ​ອາຣັບຈົ່ງ​ຕັ້ງໜ້າ​ໃນ​ການ​ເຂົ້າ​ຮ່ວມ​​ການ​ສ້າງ​ຕັ້ງ​ສັນຕິພາບ​ຢູ່​ພາກ​ພື້ນ, ​​ແກ່ຍາວ​ເວລາ​ຕື່ມ​ອີກ​ໃຫ້​ແກ່​ຄະນະ​ຜູ້​ສັງ​ເກດ​ການ, ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​​ບັນດາ​ຝ່າຍ​ປະ​ທະ​ກັນ​ມຸ້ງ​ໄປ​ເຖິງ​ການ​ໂອ້​ລົມ​ສົນທະນາ​​ໂດຍບໍ່​ນຳ​ໃຊ້​ກຳລັງ​​ອາວຸດ. ​ລັດ​ເຊຍ​ກໍ່​ໄດ້​ອອກສຽງ​ຄັດຄ້ານ​ການ​ກະທຳ​ປຽບ​ເໝືອນ​ແຜນການ​ເດີມ​ທີ່​ໄດ້​ປະຕິບັດ ຂອງ Lybia ຢູ່ Syria, ກ່າວ​ປະນາມ​ການ​ກະທຳ​ແຊກ​ແຊງ​ດ້ວຍ​ກຳລັງ​​ອາວຸດ​ຈາກ​ພາຍ​ນອກ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

        ​ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ປະທານ​ Duma ​ແຫ່ງ​ຊາດ​ລັດ​ເຊຍ Sergei Naryshkin ກໍ່​ໄດ້​ກ່າວ​ຄຳ​ເຫັນ​ສະ​ແດງ​ການກຽມພ້ອມ​ທີ່​ສົ່ງ​ຜູ້ຕາງໜ້າ​ຂອງ Duma ​ແຫ່ງ​ຊາດ​ລັດ​ເຊຍໄປ​ Syria ດ້ວຍ​ບົດບາດ​ເປັນ​ຜູ້​ສັງ​ເກດ​ການຖ້າຫາກ​ມີ​ຄວາມ​ຮຽກຮ້ອງ.

ຂ່າວ/ບົດ​ອື່ນ