EATOF ສວມບົດບາດນຳໜ້າໃນການຊຸກຍູ້ການຟື້ນຟູ, ເຕີບໂຕ ແລະ ພັດທະນາການທ່ອງທ່ຽວ

(VOVWORLD) - ສືບຕໍ່ຮ່ວມມືພັດທະນາການທ່ອງທ່ຽວໂດຍອີງໃສ່ຫຼັກການທ່ອງທ່ຽວຍຸຕິທຳ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງກໍ່ຄືມານະພະຍາຍາມຫັນບັນດາແຜນການທີ່ໄດ້ປຶກສາຫາລືນຳກັນໃຫ້ປະກົດຜົນເປັນຈິງ.
EATOF ສວມບົດບາດນຳໜ້າໃນການຊຸກຍູ້ການຟື້ນຟູ, ເຕີບໂຕ ແລະ ພັດທະນາການທ່ອງທ່ຽວ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຊັນຖະແຫຼງການຮ່ວມ (ພາບ: TTXVN)

ໃນຂອບເຂດລາຍການຂອງສະມັດຊາໃຫຍ່ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນອາຊີຕາເວັນອອກ ຄັ້ງທີ 17 (EATOF 17), ວັນທີ 26 ຕຸລາ, ຢູ່ແຂວງ ກ໋ວາງນິງ, ການນຳບັນດາແຂວງສະມາຊິກ EATOF ໄດ້ລົງນາມຖະແຫຼງການຮ່ວມ. ຕາມນັ້ນແລ້ວ, ໄດ້ເປັນເອກະພາບ 5 ເນື້ອໃນ, ເຊິ່ງລວມມີ: ຍົກລະດັບ EATOF ຈາກ “ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ” (East Asia Inter-Regional Tourism Forum) ໄປເປັນ “ສະຫະພັນທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ” (East Asia Inter-Regional Tourism Federation) ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງໃຫ້ແທດຈິງ, ມີປະສິດທິຜົນກ່ວາອີກ; ເສີມຂະຫຍາຍທີ່ຕັ້ງ ແລະ ບົດບາດຄືດັ່ງສະຫະພັນທ່ອງທ່ຽວທົ່ວໂລກຕາງໜ້າໃຫ້ພາກພື້ນ ອາຊີ ຕາເວັນອອກໃຫ້ດີກ່ວາອີກ, ກໍ່ຄືສວມບົດບາດນຳໜ້າໃນການຊຸກຍູ້ການຟື້ນ, ເຕີບໂຕ ແລະ ພັດທະນາຂອງການທ່ອງທ່ຽວ ອາຊີຕາເວັນອອກ. ສືບຕໍ່ຮ່ວມມືພັດທະນາການທ່ອງທ່ຽວໂດຍອີງໃສ່ຫຼັກການທ່ອງທ່ຽວຍຸຕິທຳ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງກໍ່ຄືມານະພະຍາຍາມຫັນບັນດາແຜນການທີ່ໄດ້ປຶກສາຫາລືນຳກັນໃຫ້ປະກົດຜົນເປັນຈິງ.

        ບັນດາປະເທດສະມາຊິກ EATOF ໄດ້ເປັນເອກະພາບນຳກັນວ່າສະມັດຊາໃຫຍ່ EATOF ຄັ້ງທີ 18 ຈະຈັດຕັ້ງຢູ່ Tuv, ປະເທດ ມົງໂກນ ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ