EU ຕົກລົງຈັດການ ປະຊຸມດ່ວນກ່ຽວກັບ ສະພາບການຢູ່ອີຢີບ

EU ຕົກລົງຈັດການ ປະຊຸມດ່ວນກ່ຽວກັບ ສະພາບການຢູ່ອີຢີບ - ảnh 1
(ພາບ:
cand.com.vn)

(vovworld)-  ​ ​ໂຄສົກ​ຂອງຄະນະ​ກຳມະການ​ເອີ​ລົບ (EC) ​ໃຫ້​ຮູ້​ວ່າ: ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ຈະ​ຈັດ​ການ​ປະຊຸມ​ດ່ວນ​ໃນ​ວັນ​ທີ 21/8 ​ເພື່ອ​ພິຈາລະນາການ​ພົວພັນ​ຂອງ​ກຸ່ມ​ນີ້​ກັບ​ອີ​ຢີບ ຄືນ​ໃໝ່. ວົງ​ການ​ເຈົ້າໜ້າ​ທີ່​ການ​ທູດ​ຂັ້ນສູງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ  EU ​ໄດ້ຍົກ​ອອກ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ການ​ປະຊຸ​ມກຽມ​ເມື່ອ​ວັນ​ທີ 19/8 ຢູ່​ບຣຸກ​ແຊນ ປະ​ເທ​ດ​ແບນ​ຊິກ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຈະລາຈົນ​ອັນ​ນອງ​ເລືອດ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່

​ອີ​ຢີບ. ບັນດ​າຜູ້ຕາງໜ້າ​ໃນ​ຄະນະ​ກຳມະການ​ການ​ເມືອງ ​ແລະ ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ EC ​ໄດ້ຮັບ​ຄຳ​ຮຽກຮ້ອງ​ຫລຸດຜ່ອນ​ເວລາ​ພັກຜ່ອນ​ເພື່ອ​ພິຈາລະນາ ຍົກ​ອອກ​ຫຼັກ​ໝັ້ນ​ລວມຂອງ​ກຸ່ມ​ກ່ຽວ​ກັບ​ສະພາບ​ການ​ຢູ່​ອີ​ຢີບ ​ໃນ​ສະພາບ​ການ​ທີ່​ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ 5 ວັນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້ ​ໄດ້​ຂຶ້ນ​ເຖິງ​ເກືອບ 800 ຄົນ​ແລ້ວ. ​ໃນ​​ແຈ້ງການຮ່ວມ​ສະບັບ​ໜຶ່ງ​, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ທ່ານປະທານ EC Jose Manuel Baroso ​ໄດ້​ຊີ້​ແຈ້ງວ່າ: ບັນດາ​ການ​ຜັນ​ແປ​ຫວ່າງ​ແລ້ວ​ນີ້​ຢູ່​ອີ​ຢີບ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ທະ​ກັນ​ອັນ​ນອງ​ເລືອດ​ຄັ້ງຕ່າງໆ​ໃນ 2,3 ມື້​ຜ່ານ​ມາ ​ແມ່ນ “ໜ້າ​ວິຕົກ​ວັງ​ວົນ​ພິ​ເສດ“. ​ເຈົ້າໜ້າ​ທີ່​ຂັ້ນສູງ​ສອງ​ທ່ານ​ນີ້​ໄດ້​ກ່າວ​ເຕືອນ​ວ່າ: ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ປິນຂັ້ນ​ໄດຈະ​ພາ​ໄປ​ເຖິງ​ບັນດາ​ຜົນ​ຮ້າຍ​ທີ່​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້​ສຳລັບ​ອີ​ຢີບ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ​ເຂົ​າ​ເຈົ້າຖື​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ຕ້ອງ​ຢຸດຕິການ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍ​ທັນ​ທີ່.

 

ຂ່າວ/ບົດ​ອື່ນ