EU ຖື ຫວຽດນາມ ແມ່ນ “ຕົວພະຍານມີຊີວິດຊີວາ” ໃຫ້ແກ່ຜົນສຳເລັດຂອງສັນຍາ EVFTA

(VOVWORLD) - ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂະຫຼວງໃຫຍ່ການຄ້າ EU.
EU ຖື ຫວຽດນາມ ແມ່ນ “ຕົວພະຍານມີຊີວິດຊີວາ” ໃຫ້ແກ່ຜົນສຳເລັດຂອງສັນຍາ EVFTA - ảnh 1ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC)
(ພາບ:Hương Giang/TTXVN)

ສະຫະພາບເອີລົບ (EU) ຖື ຫວຽດນາມ ບືນຕົວກາຍເປັນຄູ່ຮ່ວມມືການຄ້າແຖວໜ້າຂອງກຸ່ມນີ້ໃນ ສະຫະປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແມ່ນ “ຕົວພະຍານມີຊີວິດຊີວາ” ໃຫ້ແກ່ຜົນສຳເລັດຂອງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ນີ້ແມ່ນການຢັ້ງຢືນຂອງ ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂະຫຼວງໃຫຍ່ການຄ້າ EU ທີ່ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການການຄ້າ EVFTA ຈັດຂຶ້ນໃນວັນທີ 1 ທັນວາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.

        ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂະຫຼວງໃຫຍ່ການຄ້າ EU.

ທີ່ກອງປະຊຸມ, ສອງຝ່າຍໄດ້ກວດກາຮອບດ້ານສະພາບການປະຕິບັດສັນຍາໃນບັນດາຂົງເຂດກ່ຽວຂ້ອງ ເຖິງການຄ້າສິນຄ້າ, ບັນດາມາດຕະການກວດໂລກລະບາດໃນສັດ, ພືດ, ການຄ້າ ແລະ ການພັດທະນາແບບຍືນຍົງ… ກໍ່ຄືປຶກສາຫາລືກ່ຽວກັບການກຳນົດທິດແກ້ໄຂ, ຮ່ວມມືຜັນຂະຫຍາຍສຳລັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ນີ້ແມ່ນກອງປະຊຸມແບບເຊິ່ງໜ້າທຳອິດລະຫວ່າງສອງຝ່າຍ ນັບແຕ່ເວລາ EVFTA ມີຜົນສັກສິດແຕ່ເດືອນ ສິງຫາ 2020. ບັນດາກອງປະຊຸມກ່ອນນັ້ນລ້ວນແຕ່ໄດ້ດຳເນີນແບບທາງໄກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ