EU ອອກ​ສຽງ​ກ່ຽວ​ກັບ​ແຜນ​ການ​ຂອງ ອິດ​ສະ​ລາ​ແອນ ເປີດ​ກ້​ວາງ​ເຂດ​ຕັ້ງ​ຖີ່ນ​ຖານຄົງ​ທີ່ ຢູ່ ຝັ່ງ​ຕາ​ເວັນ​ຕົກ

(VOVWORLD) - ວັນທີ 4 ພະຈິກ, ສະຫະພາບເອີລົບ (EU) ໄດ້ຕຳໜິຕິຕຽນ ອິດສະລາແອນ ຮັບຮອງເອົາແຜນການກໍ່ສ້າງ ເຮືອນ ກ່ວາ 2000 ຫຼັງ ຢູ່ບັນດາເຂດ ຕັ້ງຖິ່ນຖານຄົງທີ່ ຢູ່ ຝັ່ງຕາເວັນຕົກ. 
EU ອອກ​ສຽງ​ກ່ຽວ​ກັບ​ແຜນ​ການ​ຂອງ ອິດ​ສະ​ລາ​ແອນ ເປີດ​ກ້​ວາງ​ເຂດ​ຕັ້ງ​ຖີ່ນ​ຖານຄົງ​ທີ່ ຢູ່ ຝັ່ງ​ຕາ​ເວັນ​ຕົກ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະລາແອນຢູ່ຝັ່ງຕາເວັນຕົກ (ພາບ: AFP/TTXVN) 

ໃນແຈ້ງການທີ່ຫາກໍ່ໄດ້ຍົກອອກ, EU ໄດ້ຢ້ຳຄືນຫຼັກໝັ້ນທີ່ມີແຕ່ດົນນານວ່າ ທຸກໆການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ໃນດິນແດນທີ່ປະເທດ ອິດສະລາແອນຢຶດຄອງນັ້ນ ແມ່ນ ການກະທຳທີ່ຜິດກົດໝາຍ ແລະ ເຮັດໃຫ້ວິທີການແກ້ໄຂຂອງທັງສອງປະເທດ ກໍ່ຄືແງ່ຫວັງກ່ຽວກັບພື້ນຖານສັນຕິພາບທີ່ຍາວນານຢູ່ເຂດນີ້ຖືກຫຼຸດໜ້ອຍລົງ. ແຈ້ງການດັ່ງກ່າວໄດ້ຍົກອອກມາພາຍຫຼັງອົງການ Peace Now ໂດຍເປັນອົງການຕິດຕາມກວດກາ, ຕ້ານການຕັ້ງຖິ່ນຖານຄົງທີ່ຢູ່ ອິດສະລາແອນ ໃຫ້ຮູ້ວ່າ ໃນເດືອນກ່ອນ, ວົງການເຈົ້າໜ້າທີ່ ອິດສະລາແອນ ໄດ້ຮັບຮອງເອົາຫຼາຍຂັ້ນຕອນຂອງການວາງແຜນກໍ່ສ້າງ ເຮືອນໃໝ່ 2.342 ຫຼັງຢູ່ເຂດຝັ່ງ ຕາເວັນຕົກ. ນອກຈາກນັ້ນ, ຕາມອົງການນີ້ແລ້ວ, ໃນປີນີ້, ອິດສະລາແອນຈະຊຸກຍູ້ບັນດາແຜນການກໍ່ສ້າງເຮືອນກວ່າ 8.300 ຫຼັງ,ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ