Eurozone ອະນຸມັດຜ່ານ ບ້ວງເງິນອຸປະຖຳເກຼັກ

Eurozone ອະນຸມັດຜ່ານ    ບ້ວງເງິນອຸປະຖຳເກຼັກ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 21/2, ທ່ານ​ປະທານ Eurozone, ນາຍົກລັດຖະມົນຕີ Luxembourg Jean - Claude Juncker, ​​ໃຫ້້ຮູ້​ວ່າ​ເຂດ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ໄດ້​ເຫັນ​ດີ​​ເປັນ​ເອ​ກະພາບ​ຕໍ່ບ້ວງ​ເງິນ​ອຸປະ​ຖຳ​ທີ 2 ທີ່ມີ​ມູນ​ຄ່າ 130 ຕື້​ເອີ​ໂຣ, ​ເພື່ອຊ່ວຍ​ເກຼັກ ຫຼຸດ​ລະດັບ​ໜີ້​ສິນ​​​ເຊິ່ງຂື້ນ​ເຖິງ 120,5% GDP. ບ້ວງ​ເງິນ​ອຸປະ​ຖຳນີ້​ຈະ​ຊ່ວຍ​​ໃຫ້​ເກຼັກ ຫຼີກ​ລ້ຽງ​ໄພລົ້ມລະລາຍ​ໃນ​​ເດືອນ 3 ທີ່​ຈະ​ມາ​ເຖິງ. ​ເພື່ອ​ໄດ້​ຮັບ​​ບ້ວງ​ເງິ​ນອຸປະ​ຖຳ​ຈາກ EU ​ແລະ IMF, ​ເກຼັກ ຕ້ອງ​ອະນຸມັດ​ຜ່ານ​ບັນດາ​ມາດ​ຕະການ​ປະຢັດໃໝ່, ​ເຊິ່ງຕາມ​ນັ້ນ​​ຈະ​ຫຼຸດ​ເງິນ​ເດືອນ, ​ເງິນ​​ບຳນານ​ພື້ນຖານ ​ແລະ ວຽກ​ເຮັດງານ​ທຳ​ທີ່​ມີ​ມູນ​ຄ່າ 325 ລ້ານ​ເອ​ໂຣ ​ໃນ​​ການປະຢັດ​ເງິນ 3,3 ຕື້​ເອ​ໂລ ​ໃນ​ງົບປະມານ​ຂອງ​ປີ​ 2012 ນີ້, ກໍ​ຄື​ປະຢັດ​​ເງິ​ນໃຊ້​ຈ່າຍ​ໃຫ້​ແກ່​ການ​ປ້ອງ​ກັນຊາ​ດ ​ແລະ ສາທາລະນະ​ສຸກ. ກ່ອນ​ໜ້າ​ນັ້ນ, ບັນດາ​ການ​ນຳ​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ​ແລະ IMF ​ໄດ້​ຮຽກຮ້ອງ​ໃຫ້​ເກຼັກ ຫຼຸ​ດຜ່ອນ​ໜີ້​ສິນ​ລົງ​ລະດັບ 120% ຂອງ GDP ​ໃນ​ປີ 2020.

        ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຮຸງ​ເຫຼື​ຍ ​ໃຫ້​ຮູ້​ວ່າ, ຈີນ​ ສະໜັບສະ​ໜູນຄວາມ​ມານະ​ພະຍາຍາມ​ຂອງ EU ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ. ຈີນ​ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ EU ​ແລະ IMF ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ ​ແລະ ​ເຊື່ອ​ໝັ້ນ​ວ່າ EU ​ມີ​ຄວາມສາມາດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​ເພື່ອ​ສືບ​ຕໍ່​ພັດທະນາ​ເສດຖະກິດ.
ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ