Festival ເຫວ້ຄັ້ງທີ 8 ຈະໄດ້ໄຂຂຶ້ນໃນວັນທີ 12/4/2014

Festival ເຫວ້ຄັ້ງທີ 8 ຈະໄດ້ໄຂຂຶ້ນໃນວັນທີ 12/4/2014 - ảnh 1
ການປະຊຸມຂ່າວໃນຕອນເຊົ້າວັນທີ 12/12

(vovworld) – ​ດ້ວຍ​ຫົວ​ຂໍ້​ວ່າ “ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອ​ມ​ໂຍງ​ ​ແລະ ພັດທະນາ”, Festival ​ເຫວ້ 2014 ຈະ​ຖືກ​ຈັດ​ຕັ້ງ​​ເປັນ​ເວລາ 9 ວັນ​ດ້ວຍ​ການ​ເຄື່ອນ​ໄຫວ​ສິລະ​ປະ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12, ຢູ່ ຮ່າ​ໂນ້ຍ. ທ່ານ ຫງວຽນ​ວັນ​ແທງ, ຮອງ​ຜູ້ອຳນວຍການ​ສູນ Festival ​ເຫວ້, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ Festival ​ເຫວ້ 2014, ຢືນ​ຢັນ​ວ່າ:

    “Festival ​ເຫວ້  ຄັ້ງ​ທີ 8 ປີ 2014 ​ໄດ້​ຕິດ​ພັນ​ກັບ​ບັນດາ​ເຫດການ​ປະຫວັດສາດ, ວັດທະນະທຳ​ຂອງ​ເຫວ້, ບັນດາ​ເຫດການ​ວັດທະນະທຳ, ການ​ເມືອງ​ແຫ່ງ​ຊາດ, ສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ ວັດທະນະທຳ, ທ່ອງ​ທ່ຽວ, ສິລະ​ປະ ​ແລະ ງານ​ບຸນ​ມີ​ຂອບ​ຂະໜາດ​ໃຫຍ່, ມີ​ລັກສະນະປະຊາຄົມ​ສູງ, ​ໃໝ່​ອ່ຽມ, ດຶງ​ດູດ. Festival ຈະ​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ ​ເທື່ອ​ທຽນ​ເຫ​ວ້; ສືບ​ຕໍ່​ຢັ້ງຢືນ​ເຄື່ອງໝາຍ Festival ​ເຫວ້ ກັບ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ຕີ​ລາຄາ​ສູງ​ຜ່ານ​ງານ Festival ຄັ້ງ​ຕ່າງໆ. ສຳລັບ ​ເທື່ອ​ທຽນ​ເຫວ້, Festival 2014 ກໍ່​ແມ່ນ​ປີ​ທີ່ມີ​ຂີດ​ໝາຍ​ຫຼາຍ​ຢ່າງ, ມີ​ຫຼາຍ​ເຫດການ​ທີ່​ມີ​ຄວາມ​ໝາຍ​ໃນ​ຂະ​ບວນການ​ກໍ່ສ້າງ, ພັດທະນາ​ຕົວ​ເມືອງ ​ເຫ​ວ້, ຄື: ສະ​ເຫຼີ​ມສະຫຼອງ 115 ປີ​ແຫ່ງຂົວ ​ເຈື່ອງ​ຕຽນ ​ແລະ ຕະຫຼາດ ດົງ​ບາ, 115 ປີ​ການ​ກໍ່ສ້າງ​ໂຮງຮຽນ​ເຄິ່ງລັດ, ເຄິ່ງເອກະ​ຊົນ ​ເຫວ້.​.​.”

    ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, Festival ​ເຫວ້ 2014 ສືບ​ຕໍ່​ວາດ​ພາບ​ຫຼາຍ​ງານ​ບຸນ​ລາດ​ຊະ​ວັງ​ທີ່​ເປັນ​ເອກະລັກ​ສະ​ເພາະ ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳປະຊາຄົມ​ທີ່​ອຸດົມສົມ​ບຸ​ນ, ຫຼາຍ​ຮູບ​ຫຼາຍ​ແບບ, ​ງານ​ວາງສະ​ແດງຄັ້ງ​ຕ່າງໆ, ວາງສະ​ແດງ​ສິລະ​ປະປ່ອຍ​ວ່າວ ​ເຫວ້, ການ​ເຄື່ອນ​ໄຫວ​ສິລະ​ປະ​ຈັດ​ວາງ, ສິລະ​ປະ​ດົນຕີ - ສິລະ​ປະ​ໃນ​ການ​​ແຕ້ມ​ຮູບ​ຕາມ​ທ້ອງ​ຖະໜົນ, ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ, ງານ​ຕະຫຼາດ​ນັດ​ການ​ຄ້າສາກົນ, ການ​ເຄື່ອນ​ໄຫວ​ກິລາ, ອາຫານ​ການ​ກິນ, ລາຍການ​ທ່ອງ​ທ່ຽວ.​.​.​

ຂ່າວ/ບົດ​ອື່ນ