G7 ຮຽກຮ້ອງຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ

(VOVWORLD) - ພ້ອມນັ້ນ, ຖະແຫຼງການໄດ້ຢັ້ງຢືນວ່າ ບັນດາປະເທດ G7 ພ້ອມແລ້ວທີ່ຈະໜູນຊ່ວຍວິວັດທະນາການຟື້ນຟູ ແລະ ສ້າງຕັ້ງ ຢູແກຼນ ຄືນໃໝ່, ໃນນັ້ນ ມີການສ້າງຕັ້ງພື້ນຖານໂຄງລ່າງກະສິກຳຄືນໃໝ່...
G7 ຮຽກຮ້ອງຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານຢູ່ຊ່ອງທະເລ Bosphorus,  Istanbul, ປະເທດ ຕວກກີ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

ວັນທີ 23 ເມສາ, ພາຍຫຼັງໂຮມປະຊຸມເປັນເວລາ 2 ວັນຢູ່ ນະຄອນ Miyazaki (ປະເທດ ຍີ່ປຸ່ນ), ລັດຖະມົນຕີກະຊວງກະສິກຳບັນດາປະເທດໃນກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ໄດ້ອອກຖະແຫຼງການ ຮຽກຮ້ອງຕໍ່ກຳນົດເວລາຂໍ້ຕົກລົງຂໍ້ລິເລີ່ມທັນຍາຫານທະເລດຳ, ກໍ່ຄືເຄົາລົບຢ່າງຄົບຖ້ວນ ແລະ ເປີດກ້ວາງຂອບຂະໜາດຂອງຂໍ້ຕົກລົງນີ້. ພ້ອມນັ້ນ, ຖະແຫຼງການໄດ້ຢັ້ງຢືນວ່າ ບັນດາປະເທດ G7 ພ້ອມແລ້ວທີ່ຈະໜູນຊ່ວຍວິວັດທະນາການຟື້ນຟູ ແລະ ສ້າງຕັ້ງ ຢູແກຼນ ຄືນໃໝ່, ໃນນັ້ນ ມີການສ້າງຕັ້ງພື້ນຖານໂຄງລ່າງກະສິກຳຄືນໃໝ່.     

          ຂໍ້ລິເລີ່ມທັນຍາຫານທະເລດຳໄດ້ຮັບການລົງນາມຢູ່ Istanbul, ປະເທດ ຕວກກີ, ໃນເດືອນກໍລະກົດປີກາຍ ພາຍໃຕ້ການເປັນຄົນກາງຂອງ ສປຊ ແລະ ຕວກກີ, ຕາມນັ້ນແລ້ວ, ອະນຸຍາດໃຫ ້ຢູແກຼນ ສົ່ງອອກທັນຍາຫານກ່ວາ 27 ໂຕນຈາກບາງທ່າກ່ຳປັ່ນຂອງປະເທດນີ້ຢູ່ທະເລດຳ. ຂໍ້ຕົກລົງໄດ້ຕໍ່ກຳນົດເວລາ 120 ວັນ ໃນເດືອນ ພະຈິກປີກາຍ ແລະ ສືບຕໍ່ໄດ້ຕໍ່ກຳນົດເວລາອີກ 60 ວັນໃນວັນທີ 18 ມີນາຜ່ານມາ. ຫວ່າງແລ້ວນີ້, ລັດເຊຍ ໄດ້ປະກາດຈະບໍ່ເຈລະຈາ ສືບຕໍ່ຕໍ່ກຳນົດເວລາຂໍ້ຕົກລົງນີ້ອີກ ຖ້າບໍ່ມີຄວາມຄືບໜ້າໃນການແກ້ໄຂບັນດາບັນຫາມີລັກສະນະລະບົບທີ່ກ່ຽວຂ້ອງເຖິງການເຊື່ອມຕໍ່ການຊຳລະ, ແຫຼ່ງສະໜອງເຄື່ອງຈັກ ແລະ ປະກັນໄພ.

ຕອບກັບ

ຂ່າວ/ບົດ​ອື່ນ