Honduras ປະກາດກົດໄອຍະການເສິກຍ້ອນການໃຊ້ຄວາມຮຸນແຮງເພີ່ມຂຶ້ນ

(VOVWORLD) - ກຸ່ມຄົນໜຶ່ງໄດ້ຍິງປືນຢູ່ໃນຮ້ານ billards ຢູ່ນະຄອນ ອຸດສາຫະກຳ Choloma, ເຮັດໃຫ້ມີ 11 ຄົນເສຍຊີວິດ ແລະ ອີກ 3 ຄົນຖືກຮັບບາດເຈັບ.
Honduras ປະກາດກົດໄອຍະການເສິກຍ້ອນການໃຊ້ຄວາມຮຸນແຮງເພີ່ມຂຶ້ນ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 25 ມິຖຸນາ, ອຳນາດການປົກຄອງ Honduras, ໄດ້ປະກາດກົດໄອຍະການເສິກຢູ່ 2 ນະຄອນຂອງພາກເໜືອປະເທດນີ້ ພາຍຫຼັງທີ່ມີ 22 ຄົນຖືກຍິງເສຍຊີວິດໃນຕອນຄ່ຳວັນທີ 24 ມິຖຸນາ.

        ຄ່ຳຄືນວັນທີ 24 ມິຖຸນາ, ກຸ່ມຄົນໜຶ່ງໄດ້ຍິງປືນຢູ່ໃນຮ້ານ billards ຢູ່ນະຄອນ ອຸດສາຫະກຳ Choloma, ເຮັດໃຫ້ມີ 11 ຄົນເສຍຊີວິດ ແລະ ອີກ 3 ຄົນຖືກຮັບບາດເຈັບ.

        ກໍ່ໃນຊ່ວງເວລານີ້, ບັນດາເຫດຍິງປື່ນອື່ນກໍ່ເກີດຂຶ້ນຢູ່ເຂດ Valle de Sula ຂຶ້ນກັບພາກເໜືອ Honduras, ໃນນັ້ນມີນະຄອນອຸດສາຫະກຳຫຼັກແຫຼ່ງ San Pedro Sula, ເຮັດໃຫ້ມີຄົນເສຍຊີວິດລວມທັງໝົດ 11 ຄົນ.

        ທ່ານ Xiomara Castro, ປະທານາທິບໍດີ Honduras ໄດ້ປະກາດກົດໄອຍະການເສິກຢູ່ນະຄອນ Cholama ເປັນເວລາ 15 ວັນ ແລະ ມີຜົນສັກສິດໃນທັນທີ. ປະຈຸບັນ, ອຳນາດການປົກຄອງ Honduras ພວມລະດົມກຳລັງດ້ວຍຂອບຂະໜາດໃຫຍ່ເພື່ອປະຕິບັດວຽກງານສອບສວນສືບສວນ.

ຕອບກັບ

ຂ່າວ/ບົດ​ອື່ນ