IAEA: ມີສັນຍານສະແດງໃຫ້ເຫັນຮາກຖານນິວເຄຼຍຕົ້ນຕໍຂອງ ສປປ.ເກົາຫຼີ ພວມເຄື່ອນໄຫວ

(VOVWORLD) -ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ຊີ້ແຈ້ງວ່າ ກຸ່ມນັກສັງເກດການຂອງ IAEA ໄດ້ກວດພົບບັນດາສັນຍານທີ່ເຄື່ອນໄຫວຢູ່ເຕົານິວເຄຼຍ 5 ເມກາວັດ ຢູ່ໜ່ວຍເຕົານິວເຄຼຍ Yongbyon ທາງພາກເໜືອ ພຽງຢາງ
IAEA: ມີສັນຍານສະແດງໃຫ້ເຫັນຮາກຖານນິວເຄຼຍຕົ້ນຕໍຂອງ ສປປ.ເກົາຫຼີ ພວມເຄື່ອນໄຫວ - ảnh 1ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA
(ພາບ: Yonhap)

ວັນທີ 07 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ, ມີສັນຍານບາງຢ່າງທີ່ສະແດງໃຫ້ເຫັນວ່າ ເຕົານິວເຄຼຍຢູ່ໜ່ວຍເຕົານິວເຄຼຍຕົ້ນຕໍຂອງ ສປປ.ເກົາຫຼີ ແລະ ບາງຮາກຖານອື່ນ ພວມເຄື່ອນໄຫວ. ໃນຖະແຫຼງການໜຶ່ງ, ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ຊີ້ແຈ້ງວ່າ ກຸ່ມນັກສັງເກດການຂອງ IAEA ໄດ້ກວດພົບບັນດາສັນຍານທີ່ເຄື່ອນໄຫວຢູ່ເຕົານິວເຄຼຍ 5 ເມກາວັດ ຢູ່ໜ່ວຍເຕົານິວເຄຼຍ Yongbyon ທາງພາກເໜືອ ພຽງຢາງ, ເຊິ່ງແມ່ນແຫ່ງທີ່ໄດ້ຮັບຖືວ່າສາມາດຜະລິດ plutoni ລະດັບອາວຸດນິວເຄຼຍ. IAEA ຈະສືບຕໍ່ສັງເກດບັນດາການເຄື່ອນໄຫວກໍ່ສ້າງຢູ່ Yongbyon, ໃນນັ້ນມີເລື່ອງກໍ່ສ້າງບາງກິດຈະກຳຕັ້ງຢູ່ຮາກຖານ ຈັກພົ້ນສູນເສີມທາດ ຢູລານຽມ.

        ທ່ານ Rafael Grossi ກໍ່ໃຫ້ຮູ້ວ່າ ສປປ.ເກົາຫຼີ ພວມກໍ່ສ້າງຕຶກອາຄານໃໝ່ທີ່ໃກ້ກັບເຕົານິວເຄຼຍນ້ຳເບົາ, ອາດຈະເພື່ອໜູນຊ່ວຍການຜະລິດ ຫຼື ບຳລຸງຮັກສາເຕົານິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ