IAEA ຢືນຢັນ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 29 ຕຸລາ, ທ່ານ Yukiya Amano ຫົວໜ້າອົງການພະລັງງານປະລະມານູສາກົນ (IAEA) ຢືນຢັນວ່າ ອີຣານ ກຳລັງເຄົາລົບຂໍ້ຕົກລົງນິວເຄຼຍ
IAEA ຢືນຢັນ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍ - ảnh 1ທ່ານ Yukiya Amano ຫົວໜ້າອົງການພະລັງງານປະລະມານູສາກົນ (IAEA) ພາບ: AFP/TTXVN

ເຊິ່ງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ) ໄດ້ເຊັນໃນປີ 2015 ຫຼື ເອີ້ນວ່າ ແຜນການດຳເນີນງານຮອບດ້ານ (JCPOA). ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫລວງ ເຕເຮຣານ, ທ່ານ Yukiya Amano ຢືນຢັນວ່າ ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງນິວເຄຼຍຂອງ ອີຣານ ເຊິ່ງນອນໃນຂອບເຂດ JCPOA ພວມໄດ້ຮັບການປະຕິບັດ.

JCPOA ໄດ້ລົງນາມໃນເດືອນ ກໍລະກົດ ປີ 2015, ຕາມນັ້ນແລ້ວ ອີຣານ ຈຳກັດບັນດາການເຄື່ອນໄຫວເສີມທາດ ຢູລານຽນ ເພື່ອແລກເອົາເລື່ອງຍົກເລີກບັນດາຄຳສັ່ງລົງໂທດຈາກສາກົນ. IAEA ແມ່ນອົງການຮັບຜິດຊອບວຽກງານຕິດຕາມກວດກາການຈຳກັດໂຄງການນິວເຄຼຍຂອງ ອີຣານ ຕາມ JCPOA.  ມາຮອດປະຈຸບັນ, ອົງການດັ່ງກ່າວ ໄດ້ລາຍງານເປັນ 8 ຄັ້ງ, ໃນນັ້ນ ລ້ວນແຕ່ຢືນຢັນວ່າ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍກັບກຸ່ມ P5+1. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ ພວມຢືນຢູ່ຕໍ່ໜ້າໄພຍຸບເລີກ ດ້ວຍບັນດາຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ໃນໄລຍະມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ