IAEA ແລະ ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບບັນຫານິວເຄຼຍ

IAEA ແລະ ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບບັນຫານິວເຄຼຍ - ảnh 1
(ພາບປະກອບ)
(vovworld) -     ອົງການ​ພະລັງງານປະລະ​ມາ​ນູສາກົນ (IAEA) ​ໃຫ້​ຮູ້​ວ່າ, ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ອີ​ຮານ ​ໃນ​ຮອບ​ເຈລະຈາ​ລາ​ສຸດກ່ຽວ​ກັບ​ບັນຫາ​ຕິດຕາມ​ກວດກາ​ໂຄງການນິວ​ເຄຼຍ ຂອງ ​ເຕ​ເຣຣານ. ທ່ານ​ຮອງ​ຜູ້ອຳ​ນວຍການ IAEA Herman Nackerts, ຫົວໜ້າ​ຄະນະ​ເຈລະຈາ​ຂອງ IAEA ​ໃຫ້​ຮູ້​ວ່າ, ອົງການ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເຈລະຈາ ​ແຕ່​ຕ້ອງ​ເພີ່ມ​ວັນເວລາ. ​ໃນ​ຂະນະ​ນັ້ນ, ຜູ້​ຕ່າງ​ໜ້າ​ປະຈຳການ​ຂອງ​ອີຣານ ທີ່ IAEA, ທ່ານ Ali Asghar Soltanieh ​ໃຫ້​ຮູ້​ວ່າ ທີ່​ການ​ພົບ​ປະ​ຄັ້ງ​ຕໍ່​ໄປ 2 ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວກັບ      ບັນດາ​ຂໍ້​ສະ​ເໜີ​ໃໝ່. ກ່ອນ​ໜ້າ​ນັ້ນ, ​ໃນ​ກອງ​ປະຊຸມ​ເປັນ 2 ຄັ້ງ ​ເມື່ອ​ເດືອນ 12/2012 ​ແລະ ​ເດືອນ 1/2013, IAEA ​ແລະ ອີຣານ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍທີ່​ກໍ​ຄວາມ​ໂຕ້​ຖຽງ​ດັ່ງກ່າວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ອີຣານ ຈະ​ມີ​ການ​​ເຈລະຈາ​ກັບ​ກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຈີນ, ຝລັ່ງ, ລັດ​ເຊີຍ, ອາດ​ມລະກາ ​ແລະ ​ເຢຍລະ​ມັນ) ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ທາງ​ການ​ທູດ ​ເພື່ອ​ຢຸດຕິ​ຄວາມ​ເຄັ່ງ​ຕຶງທີ່​ກ່ຽວຂ້ອງ​ເຖິງບັນຫາ​ນິວ​ເຄຼຍຂອງ ​ເຕ​ເຣຣານ.
ຂ່າວ/ບົດ​ອື່ນ