IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກຍ້ອນວິກິດການ ຢູແກຼນ

(VOVWORLD) -ກອງທຶນເງິນຕາສາກົນ (IMF) ໄດ້ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ ລົງລະດັບ 3,6% ໃນປີ 2022 ແລະ 2023.
IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກຍ້ອນວິກິດການ ຢູແກຼນ - ảnh 1(ພາບປະກອບ: AFP/ TTXVN)

ຜົນສະທ້ອນຢ່າງໜັກໜ່ວງຈາກການປະທະກັນຢູ່ ຢູແກຼນ ພວມແຜ່ກວ້າງອອກໄປທົ່ວໂລກ, ຍ້ອນເຫດນັ້ນ, ກອງທຶນເງິນຕາສາກົນ (IMF) ໄດ້ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ ລົງລະດັບ 3,6% ໃນປີ 2022 ແລະ 2023. ນີ້ແມ່ນຂໍ້ສະຫຼຸບເຊິ່ງໄດ້ຍົກອອກໃນບົດລາຍງານ ແງ່ຫວັງເສດຖະກິດໂລກ ປະກາດໃນວັນທີ 19 ເມສາ.

        ຕາມບົດລາຍງານແລ້ວ, ລະດັບຄາດຄະເນການເຕີບໂຕທົ່ວໂລກປີ 2022 ແລະ 2023 ເຊິ່ງ IMF ຍົກອອກມາແມ່ນຕ່ຳກວ່າ 0,8% ແລະ 0,2% ຕາມລຳດັບ ເມື່ອທຽບໃສ່ການຄາດຄະເນທີ່ໄດ້ຍົກອອກມາໃນເດືອນ ມັງກອນ ຜ່ານມາ, ໃນສະພາບລາຄາ ແລະ ໜີ້ສາທາລະນະເພີ່ມຂຶ້ນສູງ.IMF ຍັງຊີ້ແຈ້ງວ່າ ບັນດາປະເທດ ເອີລົບ ຈະເຕີບໂຕຢ່າງຊັກຊ້າກວ່າ ຍ້ອນການປະທະກັນຢູ່ ຢູແກຼນ ເຊິ່ງເຮັດໃຫ້ລາຄາເຊື້ອໄຟ ແລະ ທັນຍາຫານເພີ່ມຂຶ້ນສູງ, ໄດ້ພາໃຫ້ໄພເງິນເຟີ້ເພີ່ມຂຶ້ນ ແລະ ສະພາບການດັ່ງກ່າວຈະເກີດຂຶ້ນໃນໄລຍະຍາວກວ່າການຄາດຄະເນ. ສຳລັບໄພເງິນເຟີ້, IMF ຄາດຄະເນວ່າ ຕົວເລກດັ່ງກ່າວຈະສືບຕໍ່ຢູ່ໃນລະດັບສູງໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ