IMFກະຕຸກຊຸກຍູ້EUເປີິດປະຕູຕະຫຼາດວຽກເຮັດງານທຳໃຫ້ຊາວອົບພະຍົບ

IMFກະຕຸກຊຸກຍູ້EUເປີິດປະຕູຕະຫຼາດວຽກເຮັດງານທຳໃຫ້ຊາວອົບພະຍົບ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) –​ ຂະ​ບວນ​ການ​ຊາວ​ອົບ​ພະ​ຍົບ​ຈາກພາກ​ຕາ​ເວັນ​ອອ​ກ​ກາງ ​ເຄື່ອນ​ຍ້າຍ​ເຂົ້າ​ເອີ​ລົບ ຈະ​ຊ່ວຍ​ໃຫ້​ເສດ​ຖະ​ກິດ​ຢູ່​ທະ​ວີບນ​ີ້​ເຕີບ​ໂຕ​ໃນ​ໄລ​ຍະ​ສັ້ນ. ແຕ່​ວ່າ, ບັນ​ດາ​ຜົນ​ສະ​ທ້​ອນ​ຍາວ​ນານ ຕ້ອງ​ອີ່ງ​ໃສ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ​​ຊາວ​ອົບ​ພະ​ຍົບ​ໃໝ່​ນີ້. ນີ້​ແມ່​ນ​ຂໍ້​ສັງ​ເກດ​ຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ​ທີ່ຍົກ​ອອກ​ມາໃນ​ການ​ຄົ້ນ​ຄວ້າດ້ວຍ​ຫົວ​ຂໍ້​ວ່າ “ກະ​ແສ​ຟອງຊາວ​ອົບ​ພະ​ຍົບ​ຢູ່​ເອີ​ລົບ: ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ເສດ​ຖະ​ກິດ” ທີ່​ປະ​ກາດ​ໃນ​ວັນ​ທີ 20/01. ຕາມ IMF ແລ້ວ, ເລື່ອງ​ເປິດ​ປະ​ຕູ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ອົບ​ພະ​ຍົບ ຈະ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ຫຼຸດ​ຜ່ອນ​​ຄວາມໜັກໜ່ວ​ງ​​ໃຫ້ ​ງົບ​ປະ​ມານ​ແຫ່ງ​ຊາດ​ໃນ​ອະ​ນາ​ຄົ​ດ ແລະ ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ ຈາກ​​ປະ​ຊາ​ຄົມຊາວ​ອົບ​ພະ​ຍົບ. ນອກ​ຈາກນ​ັ້ນ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້ ກໍ​ຈະ​ຊ່ວຍ​ໃຫ້​ຫຼຸດ​ຜ່​ອນທ່າ​ທີ່​ລັງ​ກຽດ​ຊາວ​ອົບ​ພະ​ຍົບ, ພ້ອ​ມ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຄົມ​ນ​ີ້ ປະ​ກອບ​ສ່ວນ​ເຂົ້າ​ກອງ​ທຶນ​ການ​ເງິນ​​ຂອງ​ລັດ​ໃນ​ໄລ​ຍະ​ຍາວ.

ຂ່າວ/ບົດ​ອື່ນ