IMFຕີລາຄາຢ່າງຕັ້ງຫນ້າກ່ຽວກັບ ສະພາບເສດຖະກິດມະຫາພາກຂອງຫວຽດນາມ

IMFຕີລາຄາຢ່າງຕັ້ງຫນ້າກ່ຽວກັບ ສະພາບເສດຖະກິດມະຫາພາກຂອງຫວຽດນາມ - ảnh 1
ສຳນັກງານທະນາຄານແຫ່ງລັດຫວຽດນາມ
ພາບ:TTXVN

(vovworld)- ຄະນະ​ທາ​ບທາມຄຳ​ເຫັນ​ດ້ານ​ເສດຖະກິດ​ມະຫາ​ພາກ​ປະຈຳ​ປີ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ( IMF) ພວມ​ປະຕິບັດ​ງານ​ຢູ່​ຫວຽດນາມ ​ແລະ ​ໄດ້​ຕີ​ລາຄາຢ່າງ​ຕັ້ງຫນ້າ​ກ່ຽວ​ກັບ​ການ​ຜັນ​ແປ່​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ ການ​ບໍລິຫານ​ນະ​ໂຍບາຍ​ຂອງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ. IMF ກໍ​ຢືນຢັນ​ວ່າ: ຕະຫລາດ​ການ​ເງິນ​ໄດ້​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ໃນ​ການ​ສະຫນອງ​ເງິນ​​ຮັບ​ໃຊ້​ການຊຳລະ ​ແລະ ​ໂຮມ​ທະນາຄານ​ນ້ອຍ, ອ່ອນ​ດ້ອຍ​​ເຂົ້າ​ກັນ. IMF ​ເນັ້ນ​ຫນັກ​ວ່າ ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຕະຫລາດ​ການ​ເງິນ​ໃນ​ປີ 2012 ​ໄດ້​ປົວ​ແປງ​ລະດັບຄວາມ​ໄວ້​ວາງ​ໃຈ​ຂອງ​ບັນດາ​ສະມາຊິກ​ເຂົ້າ​ຮ່ວມ​ຕະຫລາດ​ສຳລັບ​ທະນາຄານ​ແຫ່ງ​ລັດ. IMF ຍັງສະ​ເຫ​ນີ​​ລັດຖະບານ​ຫວຽດນາມ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຮັກສາ​ບັນດາ​ຜົນ​ປະ​ໂຫຍ​ດຈາ​ກການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວນ​ຮັກສາ​ນະ​ບົດບາດ​ຂອງໂຍບາຍ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ