ISຫລອກຈັບຕົວນັກຮຽນ120ຄົນຢູ່ອີຣັກ

ISຫລອກຈັບຕົວນັກຮຽນ120ຄົນຢູ່ອີຣັກ - ảnh 1
IS ຫຼອກ​ຈັບ​ຕົວ​ເດັກ​ນ້ອຍຫຼາຍ​ຄົນ
(ພາບ: IBTimes)

(​vovworld) – ​ ​​​​​​​ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ຕາ​ເວັນ​ອອກ​ກາງ, ວັນ​ທີ 11/4, ບັນ​ດາ​ມື​ປືນ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ໄດ້​​ຫລອກ​ຈັບ​ຕົວ​ນັກ​ຮຽນ 120 ຄົນ​ຢູ່​ບັນ​ດາ​ເມືອງ​ທາງ​ພາກ​ໃຕ້ ແລະ ພາກ​ຕາ​ເວັນ​ຕົກ​ນະ​ຄອນ Mosul ຂອງ ອີ​ຣັກ, ເມື່ອ​ບັນ​ດາ​ທະ​ຫານ​ກະ​ບົດ​ສືບ​ຕໍ່​ການ​ກະ​ທຳ​ມ້າງ​ທຳ​ລາຍ​ຢູ່​ບັນ​ດາ​ເຂດພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ມັນ​ຄວ​ບ​ຄຸມ. ປະ​ຈຸ​ບັນ, ບໍ່​ທັນ​ຮູ້​ບ່ອນ​ກັກ​ຂັງ ກໍ່​ຄືຊາ​ຕາ​ກຳ​ຂອງ​ບັນ​ດາ​ນັກ​ຮຽນ​ຜູ້​ຖືກ​ຫ​ລອກ​ຈັບ​ຕົວ​ເທື່ອ. ໃນ​ຂະ​ນະ​ນັ້ນ, ເຈົ້າ​ໜ້າ​ທີ່​ພັກ​ປະ​ຊາ​ທິ​ປະ​ໄຕ​ຊາວ Kurk (KDP) ເວົ້າວ່າ: ບັນ​ດາ​ທະ​ຫານ​ກະ​ບົດ IS ໄດ້​ເຂັ່ນ​ຂ້າ​ສະ​ມາ​ຊິກ​ຂອງ​ພັກນ​ີ້​ຢູ່ Mosul 21 ຄົນ. ບັນ​ດາ​ມື​ປືນ IS ໄດ້​ກໍ່​ຫຼາຍໂທດ​ກຳ​ເພື່ອ​ແນ​ໃສ່​​ຊາວ​ອິດ​ສະ​ລາມ ນິ​ກາຍ ຊີອ​ະ, ຊັນ​ນີ, ຊາວ Kurk ແລະ​ ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ຂ່າວ​ປະ​ເສີດ.


ຂ່າວ/ບົດ​ອື່ນ