ISເອົາວີດີໂອລົງຂ່າວນາບຄູ່ໃໝ່ຂອງເປົ້າໝາຍບຸກໂຈມຕີໂບດຢູ່ຝລັ່ງ

ISເອົາວີດີໂອລົງຂ່າວນາບຄູ່ໃໝ່ຂອງເປົ້າໝາຍບຸກໂຈມຕີໂບດຢູ່ຝລັ່ງ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ວັນ​ທີ 28/07, ສຳ​ນັກ​ຂ່າວ​ສານ Amaq ມີ​ການ​ພົວ​ພັນ​ກັບ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອ​ງ ໄດ້​ປະ​ກາດ​ເທບ​ວີ​ດີ​ໂອ ໃນ​ນັ້ນ​ໄດ້​ບັນ​ທຶກ​ພາບ​ຂອງ​ 1 ໃນ​ຈຳ​ນວນ 2 ເປົ້າ​ໝາຍ​ບຸກ​ໂຈມ​ຕີໂບດ​ຢູ່ Saint Etienne du Rouvray, ທາງ​ພາກ​ເໜືອ​ຝ​ລັ່ງ 2 ວັນ​ກ່ອນນັ້ນ ຮຽກ​ຮ້ອງ​ໃຫ້​ຊາວ​ອິດ​ສະ​ລາມ​ທຸກ​ຄົນດັບ​ສູນ​ປະ​ເທດ​ເອີ​ລົບ​ ນີ້. ເປົ້າ​ໝາຍ​ຄົນ​ນີ້​ໄດ້​ນາບຄູ່ “ດັບ​ສູນ” ປະ​ເທດ​ຝ​ລັ່ງ ແລະ ແນໃສ່​ປະ​ທາ​ນາ​ທິ​ບໍ​ດີ Francois Hollande ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Manuel Valls ໂດຍ​ກົງ. ນອກນັ້ນ, ​ເປົ້າ​ໝາຍ​ຄົນນີ້​ຍັງ​ຮຽກ​ຮ້ອງ​ໃຫ້​ຊາວ​ອິດ​ສະ​ລາມ​ທຸກ​ຄົນ ນຳ​ໃຊ້​ທຸກ​ຮູບ​​ການ​ເພື່ອ​ບຸກ​ໂຈມ​ຕ​ີ​ບັນ​ດາ​​ປະ​ເທດພັນ​ທະ​ມິດ​​ໃນ​ກຳ​ລັງ​ທະ​ຫານ​​ປະ​ສົມສາ​ກົນ ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ ທີ່​ພວມ​ເຂົ້າ​ຮ່ວມບັ້ນ​ຮົບ​ຕ​້ານ​ພ​ວກ​ກະ​ບົດ​ອິດ​ສະ​ລາມ ຢູ່​ຊີ​ຣີ. ປະ​ຈຸ​ບັນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຝ​ລັ່ງ ພວມ​ດຳ​ເນີນ​ການສືບ​ສວນ​ຂໍ້ມູນ​ຄວາມ​ຈິງ​ຂອງ​ເທບ​ວີ​ດີ​ໂອ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ