KCNA: ການ​ນຳ ​ສ​ປ​ປ. ເກົາຫຼ​ີ, ຈີນ ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ​ເພື່ອ​​ຮັກ​ສາ​ສັນ​ຕິ​ພາບ ແລະ ​ສະ​ຖ​ຽນ​ລະ​ພາບ ໃນ​ພາກ​ພື້ນ

(VOVWORLD) -  ຕອນເຊົ້າວັນທີ 21 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວ ທ່ານ Kim Jong- Un ການນຳປະເທດ ສປປ. ເກົາຫຼີ ແລະ ທ່ານ ສີຈິ້ນຜິງ ປະທານປະທານ ຈີນ ໄດ້ເຫັນດີເປັນເອກະພາບປັບປຸງການພົວພັນສອງຝ່າຍເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ. 
KCNA: ການ​ນຳ ​ສ​ປ​ປ. ເກົາຫຼ​ີ, ຈີນ ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ​ເພື່ອ​​ຮັກ​ສາ​ສັນ​ຕິ​ພາບ ແລະ ​ສະ​ຖ​ຽນ​ລະ​ພາບ ໃນ​ພາກ​ພື້ນ - ảnh 1ການເຈລະຈາລະຫວ່າງ ທ່ານ Kim Jong- Un ການນຳປະເທດ ສປປ. ເກົາຫຼີ ແລະ ທ່ານ ສີຈິ້ນຜິງ ປະທານປະທານ ຈີນ (ພາບ: THX/TTXVN)

ການນຳ ສອງທ່ານ ບັນລຸໄດ້ຄວາມເຫັນດີດັ່ງກ່າວໃນການເຈລະຈາຢູ່ ນະຄອນຫຼວງ ພຽງຢາງໃນວັນທີ 20 ມິຖຸນາ ເນື່ອງໃນໂອກາດ ທ່ານ ສີຈິ້ນຜິງ ປະທານປະທານ ຈີນໄປຢ້ຽມຢາມທາງລັດຖະກິດ ສປປ.ເກົາຫຼີ. ຕາມ KCNA ແລ້ວ, ການນຳສອງທ່ານລ້ວນແຕ່ຕີລາຄາວ່າ ສິ່ງນີ້ແມ່ນເໝາະສົມກັບຜົນປະໂຫຍດລວມຂອງສອງປະເທດ ກໍ່ຄືນຳມາເຊິ່ງຜົນປະໂຫຍດໃຫ້ແກ່ການພັດທະນາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ຄຽງຄູ່ກັນນັ້ນ, ການນຳສອງທ່ານກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ສຳຄັນໃນພາກພື້ນ ແລະ ໂລກ.

        ກ່ອນໜ້ານັ້ນ, ສື່ມວນຊົນ ຈີນກໍ່ໄດ້ລົງຂ່າວວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ Kim Jong – Un ການນຳ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບ ສົມທົບກັນເພື່ອສ້າງອະນາຄົດທີ່ສົດໃສ ໃຫແ້ກ່ບັນດາການພົວພັນລະຫວ່າງ ສອງພັກ, ສອງລັດ. ກ່ຽວກັບບັນຫານິວເຄຼຍ, ທີ່ການເຈລະຈາ, ທ່ານ ສີຈິ້ນຜິງ ໃຫ້ຮູ້ວ່າ ປະຊາຄົມສາກົນມີຄວາມຫວັງວ່າ ອາເມລິກາ ແລະ ສປປ.ເກົາຫຼີ ອາດຈະເລີ່ມຕົ້ນການເຈລະຈາຄືນໃໝ່ຢ່າງມີປະສິດທິຜົນ. ການນຳ ຈີນຢັ້ງຢືນວ່າ ປັກກິ່ງ ສະໜັບສະໜູນວິທີການດ້ານການເມືອງໃຫ້ແກ່ບັນດາບັນຫາໃນແຫຼມເກົາຫຼີ ແລະ ພ້ອມແລ້ວທີ່ຈະແກ້ໄຂຄວາມວິຕົກກັງວົນ ກ່ຽວກັບການປ້ອງກັນຄວາມສະຫງົບ ຂອງ ພຽງຢາງ, ກໍ່ຄືໃຫ້ຄຳໝັ້ນສັນຍາ ວ່າ ຈະສວມບົດບາດຢ່າງຕັ້ງໜ້າ ໃນການປະຕິບັດປອດນິວເຄຼຍໃນແຫຼມເກົາຫຼີ.

        ສ່ວນທ່ານ Kim Jong- Un ໃຫ້ຮູ້ວ່າ ປະເທດຂອງທ່ານໄດ້ປະຕິບັດ “ມາດຕະການຕັ້ງໜ້າ ຫຼາຍຢ່າງ” ໃນປີຜ່ານມາ, ແຕ່ບໍ່ໄດ້ຮັບ “ການຕອບກັບທີ່ແທດຈິງຈາກຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ