Namibia ແລະ ຫວຽດນາມ ສືບຕໍ່ພັດທະນາການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ

(VOVWORLD) - ຢູ່ນະຄອນຫຼວງ Windhoek, ທ່ານ ຫວູວັນຢູ້ງ, ເອກອັກຄະລັດຖະທູດ ຫວຽດນາມ ຮັບຜິດຊອບ Namibia ຫາກໍ່ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ສາທາລະນະລັດ Namibia Hage Geingob. 
Namibia ແລະ ຫວຽດນາມ ສືບຕໍ່ພັດທະນາການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 1 ທ່ານປະທານາທິບໍດີ Hage Geingob ແລະ ທ່ານເອກອັກຄະລັດຖະທູດ ຫວູວັນຢູ້ງ 

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວູວັນຢູ້ງ, ທ່ານປະທານາທິບໍດີ Hage Geingob ເນັ້ນໜັກວ່າ: Namibia ປາດຖະໜາຢາກຊອກຮູ້ບົດຮຽນຂອງຫວຽດນາມ ກ່ຽວກັບການກໍ່ສ້າງລັດທິສັງຄົມນິຍົມ ແລະ ການບໍລິຫານພື້ນຖານເສດຖະກິດການຕະຫຼາດ, ປາດຖະໜາວ່າ 2 ຝ່າຍສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວູວັນຢູ້ງ ສະເໜີໃຫ້ 2 ຝ່າຍປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດລວມ. ເນື່ອງໃນການປະຕິບັດງານຢູ່ Namibia, ທ່ານເອກອັກຄະລັດຖະທູດ ຫວູວັນຢູ້ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ Namibia.

ຕອບກັບ

ຂ່າວ/ບົດ​ອື່ນ