NATO ກ່າວຄຳໂທດຂໍໂທດກ່ຽວກັບ ການບຸກໂຈມຕີທຳລາຍຊີວິດສາມັນຊົນ ອາການິດສຖານ

NATO ກ່າວຄຳໂທດຂໍໂທດກ່ຽວກັບ ການບຸກໂຈມຕີທຳລາຍຊີວິດສາມັນຊົນ ອາການິດສຖານ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 8/6, ຜູ້​ບັນຊາ​ການ​​ກຳລັງທະຫານ NATO ປະຈຳ​ອາບ​ກາ​ນິສຖານ, ນາຍ​ພົນ John Allen ​ໄດ້​ກ່າວ​ຄຳ​ຂໍ​ໂທດກ່ຽວ​ກັບ​ເລື່ອງ​ມີ​ສາມັນ​ຊົນ​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຳລັງ​ນີ້​ເມື່ອ​ວັນ​ທີ 6/6 ​ຜ່ານ​ມາ. ປະຈຸ​ບັນ​ທ່ານ Allen ພວມ​ໄປ​ແຂວງ Logar, ສະຖານ​ທີ່​ເກີດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ສະ​ແດງ​ຄວາມ​​ເສົ້າ​ສະ​ລົດ​ໃຈ​ຕໍ່ຄອບຄົວ​ທີ່​ມີ​ຄົນ​ເສຍ​ຊີວິດ. ທ່ານ​ປະທານາທິບໍດີອາກາ​ນິສຖານ Hamid Karzai ທີ່​ພວມ​ຢ້ຽມຢາມ​ຈີນ ກໍ​ກ່າວ​ປະນາມ​ຢ່າງຮຸນ​ແຮງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຊິ່ງ​ເຮັດ​ໃນ​ສາມັນ​ຊົນ 18 ຄົນ​​ເສຍຊີວິດ, ​ໃນ​ນັ້ນ​ມີ​ແມ່ຍິງ ​ແລະ ​ເດັກ​ນ້ອຍ. ທ່ານ​ປະທານາທິບໍດີ Karzai ​ໄດ້​ຫຼຸດ​ເວລາ​ຢູ່​ຢ້ຽມຢາມ​ຈີນ ​ເພື່ອ​ກັບ​ເມື່ອ​ປະ​ເທດ​ສືບສວນ​ເຫດການ. ທ່ານ Karzai ​ຢືນຢັນ​ວ່າ, ​ໃນ​ບໍ່​ວ່າ​ສະພາບ​ໃດໆ, ການ​ບຸກ​ໂຈມ​ຕີ​ຂອງ NATO ທີ່​​ເຮັດ​ໃຫ້​ສາມັນ​ຊົນ​ເສຍ​ຊີວິດ​​ແມ່ນ​ບໍ່​ຖືກຕ້ອງ ​ແລະ ບໍ່ອາດ​ຮັບ​ຮູ້​ໄດ້.

        ນີ້​ແມ່ນ​ຄັ້ງ​ທີ່ 2 ​ໃນ​ຮອບ​ເວລາ​ໜຶ່ງ​ເດືອນທີ່ຜູ້​ບັນຊາ​ການ​ທະຫານ​ NATO ປະຈຳ​ອາບ​ກາ​ນິສຖານ ຍອມ​ຮັບ​ວ່າມີ​ສາມັນ​ຊົນ​​ເສຍຊີວິດ​ໃນ​ບັນດາ​ເຫດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ

ຂ່າວ/ບົດ​ອື່ນ