NATO ກຽມພ້ອມບັນດາແຜນການ ປົກປັກຮັກສາຕວກກີ

NATO ກຽມພ້ອມບັນດາແຜນການ ປົກປັກຮັກສາຕວກກີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ NATO, Anders Fogh Rasmussen
(ພາບ: AP)


(vovworld) -     ວັນ​ທີ 9/10, ທ່ານ​ເລຂາທິການ​ໃຫຍ່ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເຫນືອ (NATO) Anders Fogh Rasmussen ​ໄດ້​ຖະ​ແຫຼ​ງວ່າ​ສຳພັນ​ທະ​ມິດ​ທະ​ຫານ​ນີ້ ​ໄດ້​ກຽມ​ພ້ອມ​ມາດ​ຕະການ​ປົກ​ປັກ​ຮັກ​ສາ​ປະ​ເທດສະມາຊິກ ຕວກກີ ຕໍ່ໜ້າ​ການ​ປຸກ​​ໂຈມ​ຕີ​ຈາກ​ຊີຣີ ​ໃນ​ບັນດາ​ກໍລະນີ​ຈຳ​ເປັນ. ກ່າວຄຳ​ເຫັນ​ກັບ​ວົງ​ການນັກ​ຂ່າວ​ກ່ອນ​ຈັດກອງ​ປະຊຸມລັດຖະມົນຕີ​ປ້ອງ​ກັນປະ​ເທດ NATO ຢູ່ ບຮຸກ​ແຊນ, ປະ​ເທດ​ແບນ​ຊິກ, ທ່ານ Rasmussen ​ໄດ້​ຢືນຢັນ​ວ່າ “NATO ​ໄດ້​ມີ​​ແຜນການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປ້ອງ ​ແລະ ປົກ​ປັກ​ຮັກສາ​​ຕວກກີ​ ​​ເມື່ອຈຳ​ເປັນ”, ພ້ອມ​ທັງ​ກ່າວ​ເຕືອນບັນດາ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຂອງ​ສະພາບ​ເຄັ່ງ​ຕຶງ​ຢູ່​ເສັ້ນ​ຊາຍ​ແດນ​ລະຫວ່າງ​ຊີຣີ ​ແລະ ຕວກກີ ​ໃນປະຈຸ​ບັນ. ​ແຕ່​ທ່ານ​ກໍ​ສະ​ແດງ​ຄວາມຫວັງ​ວ່າ ສອງ​ຝ່າຍ​ຈະ​ມານະ​ພະຍາຍາມ​ຄວບ​ຄຸມ​ເພື່ອ​ຫຼີກ​ລ້ຽງບໍ່​ໃຫ້​ສະພາບ​ການ​ມີ​ຄວາມ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ.

ຂ່າວ/ບົດ​ອື່ນ