NATO ຖືກກາວຫາ ບຸກໂຈມຕີທາງອາກາດໃສ່ກຳລັງປ້ອງກັນຄວາມສະຫງົບອາບການິດສຖານ
(ພາບປະກອບ)
(vovworld) – ວັນທີ 07/09, ວົງການເຈົ້າໜ້າທີ່ອາບການິດສຖານ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີຕຳຫຼວດ 11 ຄົນເສຍຊີວິດ ຍ້ອມການບຸກໂຈມຕີທາງອາກາດຢູ່ Helmand, ສະພາບການຂາດສະຖຽນລະພາບຢູ່ທາງພາກໃຕ້ປະເທດນີ້. ທ່ານຮອງໂຄສົກກະຊວງພາຍໃນອາບການິດສຖານ Najib Danish ໃຫ້ຮູ້ວ່າ, ການບຸກໂຈມຕີໂດຍອົງການ NATO ດຳເນີນໃນວັນທີ 06/09, ຢູ່ເມືອງ Garmsir ຂອງແຂວງ Helmand, ເຮັດໃຫ້ຕຳຫຼວດຕ້ານຢາເສບຕິດ 11 ຄົນເສຍຊີວີດ ແລະ 4 ຄົນຮັບບາດເຈັບ. ໃນແຈ້ງການໜຶ່ງ, NATO ຖະແຫຼງວ່າ, NATO ບໍ່ດຳເນີນການບຸກໂຈມຕີໃດຢູ່ Helmand ເມື່ອວັນທີ 06/09 ຜ່ານມາ.