NATOໃຫ້ຄຳໝັ້ນສັນຍາໜູນຊ່ວຍສຳພັນທະມິດຕ້ານIS

NATOໃຫ້ຄຳໝັ້ນສັນຍາໜູນຊ່ວຍສຳພັນທະມິດຕ້ານIS - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ NATO Jens Stoltenberg
(ພາບ: Reuters)

(vovworld) - ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ຈະ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍດ້ານການ​ທະ​ຫານ​ໃຫ້​ທະຫານ​ປະສົມ ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ຕ້ານ​ຄືນ​ກຳລັງ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ຢູ່ ຊີຣີ ​ແລະ ອີຣັກ. ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງທີ່​​ທ່ານ​ເລ​ຂາ​ທິການ​ໃຫຍ່ NATO Jens Stoltenberg ຫາ​ກໍ່ຍົກ​ອອກ​ໃນ​ວັນ​ທີ 09/07 ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສຳພັນ​ທະ​ມິດ​ການ​ທະຫານ​ນີ້ ຢູ່ Vacsaca ​ໂປ​ໂລ​ຍ. ​ໃນ​ວັນ​ປະຊຸມ​ທີ 2 ຂອງ​ກອງ​ປະຊຸມ, ບັນດາ​ການ​ນຳ 28 ປະ​ເທດ​ເປັນ​ສະມາຊິກ NATO ​ໄດ້​ເຫັນ​ດີ​ເປັນ​ເອກ​ະພາບ​ຕໍ່ຫລັກການຈັດ​ສົ່ງບັນດາ​ເຮືອບິນ​ສອດ​ແນມ​ ​ມາໜູນ​ຊ່ວຍ​ສຳ​ພັນທະ​ມິດ​ຕ້ານ IS. ​ແລະ ກໍ່​ໃນ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິກ Charles Michel ຢືນຢັນ​ວ່າ: ຈະ​ລົງທຶນ 9,2 ຕື້ ​ເອີ​ໂຮ ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ໃນ 15 ປີ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ