Nigeria ຈັບຕົວຫົວໂປກຸ່ມອິດສະລາມຫົວຮຸນແຮງ Ansaru

Nigeria ຈັບຕົວຫົວໂປກຸ່ມອິດສະລາມຫົວຮຸນແຮງ Ansaru - ảnh 1
ກອງ​ທັບ Nigeria
(ພາບ: TTXVN)

(vovworld) - ວັນ​ທີ 03/04, ກອງ​ທັບ Nigeria ໃຫ້​ຮູ້​ວ່າ, ໄດ້​ຈັບ​ຕົວ Khalid Al Barnawi, ຫົວ​​ໂ​ປ​ກຸ່ມ​ອິດ​ສະ​ລາມ​ຫົວ​ຮຸງ​ແຮງ Ansaru, ເຊິ່ງ​ໄດ້​ຮັບ​ຖ​ື​ວ່າ​ແມ່ນ​ກຸ່ມໜຶ່ງ​ທີ່​ແຍກອອກ​ຈາກ​ກຸ່ມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ Boko Haram ແລະ ມີ​ການ​ພົວ​ພັນ​ກັບ​ອົງ​ການກໍ່​ການ​ຮ້ານ Al Qaeda ຢູ່ອາ​ຟະ​ລິ​ກາ​ເໜືອ. Khalid Al Barnawi ນອນ​ໃນ​ບັນ​ຊ​ີ​ລາຍ​ຊື່​ບັນ​ດາ​ພວກກໍ່​ການ​ຮ້າຍ​ທີ່​​​ອາ​ເມ​ລິ​ກາ ​ພວ​ມ​ຊອກ​ຈັບ​​ຢ່າງ​​ດ​ຄ້ຽວ​ຂາດ, ພ້ອມ​ກັບ Abubakar Shekau (ຫົວ​ໂປ​ກຸ່ມ​ຫົວ​ຮຸນ​ແຮງ Boko Haram) ແລະ Abubakar Adam Kambar, ຜູ້​ກໍ​ຕັ້ງ Ansaru. Khalid Al Barnawi ແມ່ນ​ຫົວ​ໂປ ຂອງ Ansaru ພາຍ​ຫຼັງ Abubakar Adam Kambar ຖືກກອງ​ທັບ​ Nigeria ດັບ​ສູນ​ເມື່ອ​ປີ 2012.

ຂ່າວ/ບົດ​ອື່ນ