OECD ດັດປັບຍົກການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກຂຶ້ນລະດັບສູງກ່ວາ

(VOVWORLD) -  OECD ດັດປັບຍົກການຄາດຄະເນການເຕີບໂຕທົ່ວໂລກຂຶ້ນສູ່ລະດັບສູງກ່ວາ ຍ້ອນແງ່ຫວັງປະເອີບໃຈສຳລັບເສດຖະກິດ ອາເມລິກາ
OECD ດັດປັບຍົກການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກຂຶ້ນລະດັບສູງກ່ວາ - ảnh 1ພາບປະກອບ

 

ວັນທີ 5 ກຸມພາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ດັດປັບຍົກການຄາດຄະເນການເຕີບໂຕເສດຖະກິດໂລກໃນປີນີ້ຂຶ້ນລະດັບສູງກ່ວາ, ແຕ່ກ່າວເຕືອນວ່າ ການປະທະກັນຢູ່ຕາເວັນອອກກາງ ກໍ່ຄືການເຄື່ອນໄຫວຂົນສົ່ງທີ່ຖືກຂາດວັກຂາດຕອນ ຢູ່ທະເລແດງ ເຮັດໃຫ້ສະພາບລາຄາບໍລິໂພກເພີ່ມຂຶ້ນ. ຕາມນັ້ນແລ້ວ, ການເຕີບໂຕເສດຖະກິດໂລກຄາດວ່າ ຈະຫລຸດຈາກ 3,1% ໃນປີ 2023 ລົງເຫຼືອພຽງ 2,9% ໃນປີນີ້, ສູງກ່ວາເມື່ອທຽບໃສ່ລະດັບການຄາດຄະເນແມ່ນ 2,7% ທີ່ໄດ້ຍົກອອກມາໃນເດືອນພະຈິກ 2023. OECD ດັດປັບຍົກການຄາດຄະເນການເຕີບໂຕທົ່ວໂລກຂຶ້ນສູ່ລະດັບສູງກ່ວາ ຍ້ອນແງ່ຫວັງປະເອີບໃຈສຳລັບເສດຖະກິດ ອາເມລິກາ, ທົດແທນໃຫ້ແງ່ຫວັງເສດຖະກິດມືດມົວຂອງພາກພື້ນທີ່ນຳໃຊ້ສະກຸນເງິນລວມ ເອີລົບ (Eurozone) ແລະ ຮັກສາລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີໜ້າຢູ່ໃນລະດັບ 3%.

        ສຳລັບບັນດາພື້ນຖານເສດຖະກິດໃຫຍ່, OECD ຄາດຄະເນການເຕີບໂຕເສດຖະກິດ ອາເມລິກາ ບັນລຸ 2,1% ໃນປີ 2024 ແລະ 1,7% ໃນປີ 2025 ໃນສະພາບການເງິນເຟີ້ຫລຸດລົງ ຊ່ວຍໃຫ້ເງິນເດືອນເພີ່ມຂຶ້ນ ແລະ ຊຸກຍູ້ໃຫ້ກົມສະສົມສະຫະລັດ (Fed - ທະນາຄານກາງ ອາເມລິກາ) ຫລຸດດອກເບ້ຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ